ທ່ານສີຈິ້ນຜິງ ກັບ ທ່ານປູຕິນຮ່ວມກັນພົບປະນັກຂ່າວ

2023-03-22 11:11:33 CRI


    ວັນທີ 21 ມີນານີ້, ຢູ່ວັງແກຣມແລັງທີ່ນະຄອນຫຼວງມົສກູ, ທ່ານສີຈິ້ນຜິງປະທານປະເທດຈີນ ກັບ ທ່ານວະລະດີເມຍ ປູຕິນ ປະທານາທິບໍດີຣັດເຊຍໄດ້ຮ່ວມກັນພົບປະນັກຂ່າວຫຼັງຈາກຈັດການເຈລະຈາ.

 

    ທ່ານສີຈິ້ນຜິງກ່າວເນັ້ນວ່າ: ຂ້າພະເຈົ້າພ້ອມກັບທ່ານປະທານາທິບໍດີປູຕິນໄດ້ຫວນຄືນໝາກຜົນແຫ່ງການຂະຫຍາຍການພົວພັນລະຫວ່າງສອງປະເທດເປັນເວລາ 10 ປີມານີ້ ແລະ ເປັນເອກະສັນກັນເຫັນວ່າ, ການພົວພັນລະຫວ່າງສອງປະເທດໄດ້ລື່ນກາຍຂອບສອງຝ່າຍຢ່າງຫຼວງຫຼາຍ, ມີຄວາມສຳຄັນຫຼາຍຕໍ່ສະພາບການຂອງໂລກ ແລະ ອະນາຄົດຊາຕາກຳຂອງມວນມະນຸດ. ສອງຝ່າຍຊຸກຍູ້ການໄປມາຫາສູ່ ແລະ ການຮ່ວມມືໃນຂົງເຂດຕ່າງໆດ້ວຍຫຼັກການທີ່ມີໄມຕີຈິດຖານບ້ານໃກ້ເຮືອນຄຽງ ແລະ ຮ່ວມມືກັນແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ພາຍໃຕ້ເງື່ອນໄຂປະຫວັດສາດໃໝ່, ປະກອບສ່ວນຫຼາຍກວ່າເກົ່າເພື່ອພາລະກິດຄວາມກ້າວໜ້າຂອງມວນມະນຸດ.

 

     ສອງຝ່າຍຊີ້ອອກວ່າ, ໃນຖານະເປັນປະເທດສະມາຊິກຖາວອນຂອງຄະນະມົນຕີຄວາມໝັ້ນຄົງອົງການສະຫະປະຊາຊາດ, ສອງປະເທດຈີນ ແລະ ຣັດເຊຍຈະສືບຕໍ່ຮ່ວມກັບປະຊາຄົມໂລກ, ຍຶດໝັ້ນຮັກສາກົດລະບຽບຂັ້ນພື້ນຖານການພົວພັນສາກົນທີ່ຖືຈຸດປະສົງ ແລະ ຫຼັກການຂອງກົດບັດອົງການສະຫະປະຊາຊາດເປັນພື້ນຖານ, ປະຕິບັດລັດທິຫຼາຍຝ່າຍຢ່າງແທ້ຈິ້ງ ແລະ ພ້ອມກັນຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.