ຫຼາຍປະເທດໃນທົ່ວໂລກມີອຸນຫະພູມສູງຂຶ້ນ ແລະເກີດໄພແຫ້ງແລ້ງທີ່ຜິດປົກກະຕິ

2023-03-22 15:46:36 cri

 

 

    ຫວ່າງມໍ່ໆມານີ້, ຫຼາຍປະເທດໃນທົ່ວໂລກໄດ້ມີອຸນຫະພູມສູງຂຶ້ນ ແລະເກີດໄພແຫ້ງແລ້ງທີ່ຜິດປົກກະຕິ, ເຮັດໃຫ້ມວນຊົນມີຄວາມກັງວົນຕໍ່ການນຳໃຊ້ນ້ຳເຂົ້າໃນຊີວິດປະຈຳວັນ.

    ວັນທີ 20 ມີນານີ້, ຄະນະກຳມາທິການສະຫະພາບເອີຣົບໄດ້ເຜີຍແຜ່ບົດລາຍງານໂດຍລະບຸວ່າ: ຍ້ອນວ່າລະດູໜາວທີ່ຫາກໍຜ່ານໄປນັ້ນ ມີອາກາດແຫ້ງ ແລະອົບອຸ່ນເປັນພິເສດ, ປະລິມານນ້ຳຝົນ ແລະຫິມະໜ້ອຍຫຼາຍ, ສະນັ້ນ, ຝຣັ່ງ, ແອັສປາຍ ແລະອີຕາລີໄດ້ຮັບຜົນກະທົບຈາກໄພແຫ້ງແລ້ງ. ໃນໄລຍະຕໍ່ໜ້ານີ້, ປະເທດຈຳນວນໜຶ່ງໃນທະວີບເອີຣົບອາດຈະຂາດແຄນຊັບພະຍາກອນນ້ຳເປັນຈຳນວນຫຼາຍ.

    ພ້ອມກັນນັ້ນ, ປະເທດອົສຕຣາລີທີ່ຕັ້ງຢູ່ຊັກໂລກໃຕ້ນັ້ນ, ນັບແຕ່ຕົ້ນເດືອນມີນານີ້ເປັນຕົ້ນມາ, ອຸນຫະພູມສະເລ່ຍສູງສຸດຢູ່ນະຄອນຊິດນີແມ່ນສູງເຖິງ 29,1 ອົງສາ. ສື່ມວນຊົນທ້ອງຖິ່ນລາຍງານວ່າ,ອີງຕາມທ່າອ່ຽງແບບນີ້, ເດືອນມີນາປີນີ້ຈະກາຍເປັນເດືອນມີນາທີ່ມີອາກາດຮ້ອນທີ່ສຸດໃນຮອບ 165 ປີ ນັບແຕ່ອົສຕຣາລີເລີ່ມມີການບັນທຶກຂໍ້ມູນໃນປະຫວັດສາດເປັນຕົ້ນມາ.