ເນື່ອງໃນໂອກາດທີ່ທ່ານສີຈິ້ນຜິງ ປະທານປະເທດຈີນຢ້ຽມຢາມຣັດເຊຍທາງລັດຖະກິດ, ທ່ານ ເຊີ້ນໄຫຊົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຄອມມູນິດຈີນ, ຜູ້ອຳນວຍການໃຫຍ່ວິທະຍຸໂທລະພາບສູນກາງຈີນ ຫຼື CMG ແລະທ່ານພາໂວ ເນໂກອິດຊາ ຜູ້ອຳນວຍການໃຫຍ່ສຳນັກໜັງສືພິມຣັດເຊຍ ໄດ້ຮ່ວມກັນເຊັນ“ບົດບັນທຶກຄວາມເຂົ້າໃຈເພື່ອຮ່ວມມືກັນລະຫວ່າງ CMG ກັບສຳນັກໜັງສືພິມຣັດເຊຍ”ຢູ່ນະຄອນຫຼວງມົສກູໃນວັນທີ21ມີນານີ້.
ເພື່ອເພີ່ມທະວີການແລກປ່ຽນແລະຮ່ວມມືກັນລະຫວ່າງສື່ມວນຊົນຈີນແລະຣັດເຊຍ,ສອງຝ່າຍຕົກລົງກັນວ່າ:ຈະສ້າງກົນໄກຮ່ວມມືເປັນປະຈຳ, ຮ່ວມມືກັນດ້ານການແລກປ່ຽນຂ່າວ, ຮ່ວມກັນຜະລິດວາລະສານ,ຝຶກອົບຮົມໃຫ້ພະນັກງານແລະແລກປ່ຽນດ້ານວິຊາການນຳກັນເປັນຕົ້ນຢ່າງກວ້າງຂວາງ, ເພື່ອປະກອບສ່ວນເຂົ້າໃນການຊຸກຍູ້ການຖອດຖອນບົດຮຽນດ້ານອະລິຍະທຳແລະເຮັດໃຫ້ປະຊາຊົນສອງຊາດເຊື່ອມສານຈິດໃຈກັນແລະກັນ, ຊຸກຍູ້ໃຫ້ການພົວພັນຄູ່ຮ່ວມປະສານງານຍຸດທະສາດຮອບດ້ານໃນຍຸກໃໝ່ລະຫວ່າງຈີນກັບຣັດເຊຍຂະຫຍາຍຕົວຢ່າງປອດໃສແລະໝັ້ນທ່ຽງ.
ສຳນັກໜັງສືພິມຣັດເຊຍແມ່ນອົງການສື່ມວນຊົນທາງການທີ່ໃຫຍ່ກວ່າໝູ່ແລະມີອິດທິພົນກວ່າໝູ່ຂອງຣັດເຊຍ.