ຈີນທວງໃຫ້ອາເມຣິກາຍຸດຕິການຫຼິ້ນເກມການເມືອງໃນບັນຫາຊອກຫາແຫຼ່ງກຳເນີດຂອງເຊື້ອ ໂດຍໃຫ້ຄຳຕອບແກ່ປະຊາຊົນທົ່ວໂລກ

2023-03-22 14:42:56 cri


ວັນທີ21ມີນານີ້,ທ່ານວ່າງເວີນປີ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ.


ມີນັກຂ່າວຕັ້ງຄຳຖາມກ່ຽວກັບການທີ່ທ່ານ ໂຈ ໄບເດັນ ປະທານາທິບໍດິອາເມຣິກາໄດ້ລົງນາມອະນຸມັດໃຫ້“ຍັດຕິແຫຼ່ງກຳເນີດເຊື້ອພະຍາດໂຄວິດ-19”ເປັນກົດໝາຍ.


ຕໍ່ກັບເລື່ອງນີ້ ທ່ານວ່າງເວີນປີ່ນກ່າວວ່າ: ເນື້ອໃນກ່ຽວກັບຈີນທີ່ຂຽນໃນຍັດຕິທີ່ກ່ຽວຂ້ອງຂອງອາເມຣິກາໄດ້ບິດເບືອນຄວາມເປັນຈິງຢ່າງໜັກໜ່ວງ,ສ້າງຂໍ້ມູນປອມເພື່ອໃສ່ຮ້າຍປ້າຍສີຈີນ.ຈີນໄດ້ຄັດຄ້ານຕໍ່ເລື່ອງນີ້ຢ່າງເດັດດ່ຽວ,ໃນບັນຫາຊອກຫາແຫຼ່ງກຳເນີດຂອງເຊື້ອພະຍາດໂຄວິດ-19 ຈີນໄດ້ສະໜັບສະໜູນແລະເຂົ້າຮ່ວມການຊອກຫາແຫຼ່ງກຳເນີດຂອງເຊື້ອໃນທົ່ວໂລກຕາມຫຼັກວິທະຍາສາດຢ່າງສະເໝີຕົ້ນສະເໝີປາຍ, ພ້ອມທັງຄັດຄ້ານການຫຼິ້ິນເກມການເມືອງດ້ວຍຮູບແບບໃດໆຢ່າງເດັດດ່ຽວ.


ທ່ານວ່າງເວີນປີ່ນຊີ້ອອກຕື່ມວ່າ: ສາເຫດແທ້ຈິງທີ່ເຮັດໃຫ້ການຄົ້ນຄວ້າຊອກຫາແຫຼ່ງກຳເນີດຂອງເຊື້ອໄວຣັດທາງວິທະຍາສາດຂອງທົ່ວໂລກໃນປັດຈຸບັນ ແມ່ນອາເມຣິກາຫຼິ້ນເກມການເມືອງ, ອາເມຣິກາບໍ່ໄດ້ໃຊ້ມາດຕະການໃດທີ່ຮັບຜິດຊອບໃນບັນຫາຊອກຫາແຫຼ່ງກຳເນີດຂອງເຊື້ອໄວຣັດ,ພວກເຮົາທວງອີກຄັ້ງໜຶ່ງໃຫ້ອາເມຣິກາຈົ່ງຍຸດຕິການຫຼິ້ນເກມການເມືອງໃນບັນຫາຊອກຫາແຫຼ່ງກຳເນີດຂອງເຊື້ອ,ຕອບສະໜອງຄວາມສົນໃຈທີ່ສົມເຫດສົມຜົນຂອງປະຊາຄົມໂລກໂດຍໄວເທົ່າທີ່ຈະໄວໄດ້,ຕັ້ງໜ້າຊົມໃຊ້ຂໍ້ມູນຮ່ວມກ່ຽວກັບຜູ້ຖືກບົ່ງມະຕິຕິດເຊື້ອພະຍາດໂຄວິດ-19ໃນໄລຍະເລີ່ມຕົ້ນຂອງຕົນໃຫ້ອົງການອະນາໄມໂລກ,ເປີດເຜີຍສະພາບຂອງຫ້ອງທົດລອງຊີວະພາບຢູ່ຟັອດເດີຕຣິກ,ມະຫາວິທະຍາໄລນ໋ອດ ຄາໂຣລີນາ ແລະຫ້ອງທົດລອງຊີວະພາບຂອງອາເມຣິກາທີ່ຕັ້ງຢູ່ແຫ່ງຕ່າງໆໃນທົ່ວໂລກເພື່ອເປັນຄຳຕອບໃຫ້ກັບປະຊາຊົນທົ່ວໂລກ.