ຈີນ: ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງປະສົບຜົນສຳເລັດທີ່ອຸດົມສົມບູນ

2023-03-23 15:05:42 cri


    ວັນທີ 22 ມີນານີ້,  ທ່ານວ່າງເວີນປີ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມວ່າ: ອາທິດນີ້ແມ່ນສັບປະດາແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ປີ 2023. ຈີນຕີລາຄາແນວໃດຕໍ່ຜົນສຳເລັດທີ່ໄດ້ຮັບນັບແຕ່ດຳເນີນການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງເປັນເວລາ 7 ປີມານີ້.

    ທ່ານວ່າງເວີນປີ່ນກ່າວວ່າ: ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງດຳເນີນມາເປັນເວລາ 7 ປີນີ້ ໄດ້ມີການພັດທະນາທີ່ມີລະດັບສູງຢ່າງຕໍ່ເນື່ອງ, ຜົນສຳເລັດການຮ່ວມມືມີຄວາມອຸດົມສົມບູນ, ການຮ່ວມມືດ້ານຮ່ວມກັນສ້າງ“ໜຶ່ງແລວໜຶ່ງເສັ້ນທາງ”ທີ່ມີຄຸນນະພາບສູງສືບຕໍ່ລົງສູ່ລວງເລິກ. ກອງທຶນສະເພາະການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ໄດ້ສະໜັບສະໜູນ 5 ປະເທດດຳເນີນໂຄງການກ່ຽວກັບຊີວິດການເປັນຢູ່ຂອງປະຊາຊົນຈຳນວນຫຼາຍຮ້ອຍໂຄງການ.

    ທ່ານວ່າງເວີນປີ່ນກ່າວຕື່ມວ່າ: ໂລກໃນປັດຈຸບັນນີ້ໄດ້ເຂົ້າສູ່ໄລຍະປັ່ນປ່ວນ ແລະປ່ຽນແປງອັນໃໝ່, ຈີນພວມຊຸກຍູ້ການສ້າງຄວາມທັນສະໄໝແບບຈີນຢ່າງໜັກແໜ້ນ, ຈະສາມາດສ້າງຜົນດີໃຫ້ແກ່ການພັດທະນາຂອງປະເທດຢູ່ລຽບຕາມແມ່ນ້ຳຂອງ, ທັງຈະເພີ່ມພະລັງແຮງຂັບເຄື່ອນຫຼາຍກວ່າເກົ່າເຂົ້າໃນການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ແລະເພີ່ມກຳລັງແຮງກະຕຸ້ນຫຼາຍກວ່າເກົ່າໃຫ້ແກ່ອະນຸພາກພື້ນໃນການບັນລຸສັນຕິພາບ ແລະການພັດທະນາ.