ບັນຫາດ້ານຊັບພະຍາກອນນ້ຳຍັງມີຫຼາຍ

2023-03-23 17:30:20 cri


ວັນທີ22ມີນານີ້,ກອງປະຊຸມວຽກງານນ້ຳຂອງອົງການສະຫະປະຊາຊາດໄດ້ໄຂຂຶ້ນຢູ່ສຳນັກງານໃຫຍ່ທີ່ນິວຢອກ,ທ່ານ ອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດໄດ້ກ່າວຄຳປາໄສໃນພິທີໄຂວ່າ: ບັນຫາດ້ານຊັບພະຍາກອນນ້ຳຍັງມີຫຼາຍ.


ປັດຈຸບັນ,ໃນທົ່ວໂລກມີປະຊາຊົນ2-3ຕື້ຄົນໄດ້ຂາດແຄນນ້ຳ. ຮອດປີ2050,ຄາດວ່າທົ່ວໂລກຈະມີປະຊາຊົນໃນຕົວເມືອງ1,7-2,4ຕື້ຄົນຂາດແຄນນ້ຳ,ເພີ່ມເປັນສອງເທົ່າຂອງປີ2016.


ທ່ານກູເຕີເຣັສກ່າວຕື່ມວ່າ:ມະນຸດໃຊ້ນ້ຳແບບບໍ່ຍືນຍົງແລະທົ່ວໂລກອົບອຸ່ນຂຶ້ນ,ໄດ້ຊຸກຍູ້ໃຫ້ຊັບພະຍາກອນນ້ຳຖືກນຳໃຊ້ໄປໂດຍໄວ.


ທ່ານກູເຕີເຣັສສະເໜີໃຫ້ເພີ່ມທະວີການນຳໃຊ້ຊັບພະຍາກອນນ້ຳຈາກ4ດ້ານ,ຄື: ຫຼຸດຜ່ອນຊ່ອງຫວ່າງການຄຸ້ມຄອງຊັບພະຍາກອນນ້ຳ,ນຳໃຊ້ທຶນຫຼວງຫຼາຍເຂົ້າໃນການສ້າງລະບົບຊົນລະປະທານແລະສາທາລະນະສຸກ,ເພີ່ມທະວີການສ້າງຄວາມສາມາດທີ່ຟື້ນຟູຄືນໃໝ່ ແລະຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.