ເດືອນພຶດສະພາ2021, ໃນເວລາປະກອບຄຳເຫັນໃນກອງປະຊຸມສຳມະນາກ່ຽວກັບການຊຸກຍູ້ການພັດທະນາໂຄງການສືບເນືື່ອງຈາກການເປັ່ງນ້ຳຈາກພາກໃຕ້ໄປສູ່ພາກເໜືອດ້ວຍຄຸນນະພາບສູງ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນ ໄດ້ເນັ້ນໜັກວ່າ: “ເມື່ອສ້າງເຄືອຂ່າຍນ້ຳຂຶ້ນມາແລ້ວ ຈະເປັນພາບທີ່ຍິ່ງໃຫຍ່ຂອງສະຕະວັດໃໝ່ໃນຂະບວນວິວັດແຫ່ງການຄຸ້ມຄອງນ້ຳຂອງປະຊາຊາດຈີນ ແລະຈະຖືກບັນທຶກໄວ້ໃນປະຫວັດສາດ.”
ປະຊາຊົນພາກເໜືອແຂວງອ່ານຮຸຍໄດ້ບໍລິໂພກນ້ຳຢາງເຊ
“ຂ້ອຍໃຫຍ່ຂຶ້ນມາດ້ວຍການດື່ມນ້ຳຢາງເຊ” ນາງອ່ານຢິງຢິງທີ່ມີອາຍຸ25ປີແມ່ນເຕີບໂຕມາກັບແຄມແມ່ນ້ຳຢາງເຊຢູ່ນະຄອນມາອ່ານຊ່ານແຂວງອ່ານຮຸຍ.
ປີ2021, ນາງອ່ານຢິງຢິງໄດ້ສ້າງຄອບຄົວຢູ່ນະຄອນໂປໂຈ່ວແຂວງອ່ານຮຸຍ, ທຸກສິ່ງຢ່າງແມ່ນດີໝົດ, ເວັ້ນເສຍແຕ່ນ້ຳດື່ມນ້ຳໃຊ້ແມ່ນບັນຫາທີ່ເຮັດໃຫ້ນາງອຸກໃຈຫຼາຍ. ນະຄອນໂປໂຈ່ວນອນຢູ່ໃນທົ່ງພຽງພາກເໜືອອ່ານຮຸຍ, ເປັນຕົວເມືອງທີ່ຂາດນ້ຳຢ່າງຮ້າຍແຮງທີ່ສຸດ, ຊັບພະຍາກອນນ້ຳສະເລ່ຍຕໍ່ຫົວຄົນແມ່ນບໍ່ຮອດ1/4ຂອງລະດັບສະເລ່ຍທົ່ວປະເທດ.
ນາງບອກວ່າ: “ແຕ່ກ່ອນ, ນ້ຳໃຊ້ປະຈຳວັນແມ່ນອາໄສນ້ຳບາດານໝົດ, ເມື່ອຕົ້ມນ້ຳແລ້ວມັກເກີດຫີນປູນ, ດື່ມແລ້ວຮູ້ສຶກຝາດໜ້ອຍໜຶ່ງ.” ນາງບອກວ່າ, ຕອນຫາກໍດຳລົງຊີວິດຢູ່ນະຄອນໂປໂຈ່ວໃນເບື້ອງຕົ້ນແມ່ນບໍ່ລຶ້ງເລີຍ, ຈິ່ງຕິດຕັ້ງເຄື່ອງຕອງນ້ຳ, ແຕ່ວ່າບາ2ຫາ3ມື້ກໍຕ້ອງປ່ຽນຫົວຕອງເທື່ອໜຶ່ງ.
ໄປຄຽງຄູ່ກັບການຈັດຕັ້ງປະຕິບັດໂຄງການເບັ່ງນ້ຳຈາກແມ່ນ້ຳຢາງເຊໄປສູ່ແມ່ນ້ຳຫວຍເຫີໄດ້ມີຄວາມຄືບໜ້າໄປ, ວັນທີ 30 ທັນວາ 2022, ແມ່ນ້ຳຢາງເຊກັບແມ່ນ້ຳຫວຍເຫີໄດ້ເຊື່ອມຕໍ່ເຂົ້າກັນເປັນຄັ້ງປະຫວັດການ.
ແຫຼ່ງນ້ຳຮັ້ນຈ່ຽງຂອງໂຄງການເປັ່ງນ້ຳຈາກພາກໃຕ້ໄປສູ່ພາກເໜືອ
ຕົ້ນລະດູໃບໄມ້ປົ່ງ, ລົມຄ່ອຍໆພັດໂຊຍມາຢູ່ໜ້ານ້ຳທີ່ກວ້າງໃຫຍ່ໄພສານ,ຝູງນົກບິນມາຢອກຫຼິ້ນກັນຢູ່ເທິງໜ້ານ້ຳ. ຢູ່ພາກໃຕ້ນະຄອນໂປໂຈ່ວ,ອ່າງເກັບນ້ຳໂປໂຈ່ວທີ່ສ້າງຂຶ້ນໃໝ່ແມ່ນເຕັມໄປດ້ວຍຄວາມມີຊີວິດຊີວາ.
ໃນຖານະເປັນອ່າງເກັບນ້ຳທີ່ສຳຄັນແຫ່ງໜຶ່ງຂອງໂຄງການເປັ່ງນ້ຳຈາກແມ່ນ້ຳຢາງເຊໄປສູ່ແມ່ນ້ຳຫວຍເຫີ, ນ້ຳທີ່ເປັ່ງຈາກແມ່ນ້ຳຢາງເຊໄດ້ໄຫຼຜ່ານແມ່ນ້ຳຫວຍເຫີແລະນ້ຳຊີ່ເຝີຍຂຶ້ນເໜືອເຂົ້າສູ່ແຂວງອ່ານຮຸຍແລ້ວ ຖືກສົ່ງໄປອ່າງເກັບນ້ຳໃຫຍ່ທີ່ກວມເນື້ອທີ່ປະມານ200ເຮັກຕາແຫ່ງນີ້ດ້ວຍທໍ່ສົ່ງນ້ຳ, ແລ້ວຜ່ານຈາກທໍ່ສົ່ງນ້ຳໃນຕົວເມືອງເຂົ້າເຖິງເຮືອນປະຊາຊົນເປັນພັນເປັນໝື່ນຄອບຄົວ.
ນາງອ່ານຢິງຢິງເວົ້າດ້ວຍຮອຍຍິ້ມວ່າ: “ທາງບ້ານເຮືອນ ແລະໜ່ວຍງານທີ່ຕົນສັງກັດຕ່າງກໍມີນ້ຳສົ່ງເຂົ້າເຖິງ, ສາມາດດື່ມນ້ຳຈາກບ້ານເກີດທີ່ຢູ່ຫ່າງໄກກັນປະມານ400ກວ່າກິໂລແມັດ, ຈັ່ງແມ່ນດີຫຼາຍ!”
ເດືອນພຶດສະພາ2018, ທ່ານສີຈິ້ນຜິງໄດ້ກ່າວໃນກອງປະຊຸມອະນຸລັກສິ່ງແວດລ້ອມນິເວດທົ່ວປະເທດຈີນວ່າ: “ຄັນຢາກແກ້ໄຂບັນຫາມົນລະພິດຂອງນ້ຳໃຫ້ດີ, ປົກປັກຮັກສາສິ່ງແວດລ້ອມນ້ຳໃຫ້ດີ,ກໍຕ້ອງປະສານສົມທົບເປັນເອກະພາບກັນຢ່າງຮອບດ້ານໃນການຄຸ້ມຄອງສິ່ງແວດລ້ອມຝັ່ງຊ້າຍຝັ່ງຂວາ,ຕອນເທິງ,ຕອນລຸ່ມຂອງແມ່ນ້ຳ,ທາງບົກທາງນ້ຳ, ນ້ຳເທິງໜ້າດິນແລະໃຕ້ດິນ, ແມ່ນ້ຳ,ທະເລ, ນິເວດນ້ຳກັບຊັບພະຍາກອນນ້ຳ, ປ້ອງກັນມົນລະພິດກັບການອະນຸລັກສິ່ງແວດລ້ອມນິເວດ ເພື່ອບັນລຸປະສິດທິຜົນດີທີ່ສຸດໃນການຄຸ້ມຄອງຢ່າງເປັນລະບົບ. ”
ນົກຊະນິດຕ່າງໆກົດໄລໃຫ້ສິ່ງແວດລ້ອມນິເວດທະເລສາບສາວຫູດ້ວຍປີກ
ຢູ່ຕາມແຄມຝັ່ງທະເລສາບສາວຫູທີ່ຍາວຢຽດປະມານ400ກິໂລແມັດ, ມັກຈະພົບເຫັນຄົນຜູ້ໜຶ່ງໄດ້ຍົກກ້ອງຖ່າຍຮູບຢ່າງຊຳນານເພື່ອຖ່າຍພາບງາມຢູ່ຕໍ່ໜ້າຕົນເອງ. ຄົນຜູ້ນີ້ຊື່ວ່າ ສຽນມ້າວຊົ່ງ ເປັນຜູ້ມັກຖ່າຍພາບທີ່ມີປະສົບການສັງເກດນົກມາເປັນເວລາ10ກວ່າປີແລ້ວ, ມາເຖິງປັດຈຸບັນ, ລາວຖ່າຍຮູບນົກບິນຢູ່ເທິງທະເລສາບສາວຫູໄດ້ຫຼາຍກວ່າໝື່ນໃບແລ້ວ.
“ທະເລສາບສາວຫູໃນເມື່ອກ່ອນ, ພໍຮອດລະດູຮ້ອນກໍເກີດສະຫຼ່າຍສີຂຽວຟ້າເຕັມໜ້ານ້ຳ, ສົ່ງກິ່ນເໝັນແຮງຈົນເສບດັງ, ຄົນບໍ່ກ້າເຂົ້າໃກ້ຝັ່ງ,ສ່ວນນົກຍິ່ງບໍ່ຕ້ອງເວົ້າເຖິງເລີຍ.” ເມື່ອຫວນຄືນເຖິງສະພາບຂອງທະເລສາບສາວຫູໃນເມື່ອກ່ອນ, ທ່ານສຽນມ້າວຊົ່ງແມ່ນແກວ່ງຫົວດ້ວຍຄວາມເສຍໃຈ. ໃນໄລຍະຜ່ານມາ, ສິ່ງແວດລ້ອມນິເວດຂອງທະເລສາບສາວຫູໄດ້ຮັບຜົນເສຍຫາຍຢ່າງໜັກໜ່ວງ, ນ້ຳໃນທະເລສາບເຄີຍເປັນສີຂຽວດຳ, ເວລາຮ້າຍແຮງທີ່ສຸດແມ່ນແຕ່ການເດີນເຮືອກໍເປັນເລື່ອງຍາກ.
ເມື່ອໄດ້ຮັບຜົນເສຍຫາຍຢ່າງໜັກໜ່ວງແລ້ວແມ່ນຕ້ອງຕັດສິນໃຈແກ້ໄຂຢ່າງເດັດຂາດ. ຈາກການສ້າງກົດໝາຍ,ກຳນົດເສັ້ນແດງເພື່ອອະນຸລັກທະເລສາບສາວຫູຈົນຮອດການປະຕິບັດມາດຕະການຫ້າມຫາປາເປັນເວລາ10ປີ, ຈາກການອະນາໄມດິນຕົມຢູ່ພື້ນນ້ຳຈົນຮອດການສ້າງດິນບໍລິເວນນ້ຳທຳມະຊາດຢູ່ປາກນ້ຳປ່ອງໃສ່ທະເລສາບເພື່ອປັບປຸງຄຸນນະພາບນ້ຳໃຫ້ດີຂຶ້ນ ແລະອື່ນໆ, ຜ່ານຈາກການປົວແປງຢ່າງເປັນລະບົບ, ສິ່ງກຳບັງເພື່ອອະນຸລັກສິ່ງແວດລ້ອມນິເວດທະເລສາບສາວຫູໄດ້ສ້າງຂຶ້ນໃນເບື້ອງຕົ້ນ, ສິ່ງແວດລ້ອມນິເວດໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງຕໍ່ເນື່ອງ, ບໍລິເວນອ້ອມທະເລສາບໄດ້ກາຍເປັນແດນສະຫວັນຂອງນົກຊະນິດຕ່າງໆ.
ທະເລສາບສາວຫູ
ໄລຍະຊຸມປີຜ່ານມານີ້, ຢູ່ໜ້າກ້ອງຖ່າຍຮູບຂອງທ່ານສຽນມ້າວຊົ່ງແມ່ນປາກົດມີນົກຊະນິດໃໝ່ຈຳນວນຫຼາຍເຊັ່ນ: ຫົງໃຫຍ່, ນົກຂີ້ກະເດືອນ ນົກເປັດຝ້າຍແລະອື່ນໆທີ່ພົບເຫັນເປັນເທື່ອທຳອິດ, ສະເພາະແຕ່ນົກຈຳພວກທີ່ອາໄສຢູ່ດິນບໍລິເວນນ້ຳ ທີ່ລາວໄດ້ຖ່າຍຮູບນັ້ນກໍມີເກືອບ200ຊະນິດແລ້ວ. ລາວເວົ້າຢອກວ່າ: “ນົກຈຳພວກນີ້ແມ່ນໄດ້ລົງຄະແນນສຽງເຫັນດີຕໍ່ສິ່ງແວດລ້ອມນິເວດທະເລສາບສາວຫູດ້ວຍປີກຂອງມັນ.”
ເດືອນຕຸລາ2021, ທ່ານສີຈິ້ນຜິງໄດ້ເດີນທາງໄປສຳຫຼວດກວດກາວຽກງານຢູ່ປາກແມ່ນ້ຳເຫຼືອງປ່ອງໃສ່ທະເລ, ເພິ່ນໄດ້ໃຫ້ຄຳຊີ້ນຳວ່າ: “ແມ່ນ້ຳເຫຼືອງເປັນແມ່ນ້ຳທີ່ປຽບເໝືອນມານດາຂອງພວກເຮົາ, ການປົກປັກຮັກສາແມ່ນປະຖົມປັດໄຈ, ຕ້ອງປະຕິບັດວຽກງານອະນຸລັກສິ່ງແວດລ້ອມນິເວດແມ່ນ້ຳເຫຼືອງໃຫ້ດີຢ່າງສະເໝີຕົ້ນສະເໝີປາຍດ້ວຍຄວາມພະຍາຍາມຢ່າງບໍ່ລົດລະ.”
ດິນບໍລິເວນນ້ຳຢູ່ປາກແມ່ນ້ຳເຫຼືອງປ່ອງໃສ່ທະເລປາກົດມີສະພາບການໃໝ່
ຍາມລະດູໃບໄມ້ປົ່ງ, ຢູ່ໃນເຂດສະຫງວນທຳມະຊາດແຫ່ງຊາດເຂດສາມຫຼ່ຽມປາກແມ່ນ້ຳເຫຼືອງແຂວງຊ່ານຕຸ່ງ, ຝູງນົກຍ້າຍຖິ່ນກຳລັງຍ່າງເລາະແບບສະໜຸກສະໜານ ຫຼື ບິນໄປມາຢ່າງເສລີ, ສຽງນົກຮ້ອງດັງຂຶ້ນຢ່າງບໍ່ຂາດສາຍ.
ທ່ານຫວາງລີ້ຕຸ່ງ ວິສະວະກອນສະເພາະກິດຂອງໂຄງການຟື້ນຟູດິນບໍລິເວນນ້ຳຢູ່ເຂດສະຫງວນທຳມະຊາດແຫ່ງຊາດເຂດສາມຫຼ່ຽມປາກແມ່ນ້ຳເຫຼືອງບອກໃຫ້ຮູ້ວ່າ: “ສຽງນົກຮ້ອງທີ່ມວນຫູເປັນເພງທີ່ຂ້ອຍມັກຟັງທີ່ສຸດ.”
ວຽກງານຈຸດສຸມອັນໜຶ່ງຂອງທ່ານຫວາງລີ້ຕຸ່ງແມ່ນການຊົດເຊີຍນ້ຳເພື່ອອະນຸລັກລະບົບນິເວດໃຫ້ເຂດສະຫງວນທຳມະຊາດ. ນັບແຕ່ເດືອນມີນາຫາເດືອນກໍລະກົດຂອງທຸກໆປີ, ລາວໄດ້ຕິດຕາມລະດັບນ້ຳຂອງແມ່ນ້ຳເຫຼືອງຢ່າງໃກ້ຊິດ ພ້ອມທັງອີງຕາມປະລິມານນ້ຳໄຫຼຂອງແມ່ນ້ຳເຫຼືອງແລະຄວາມຕ້ອງການຂອງດິນບໍລິເວນນ້ຳ, ໃຊ້ມາດຕະການທີ່ແຕກຕ່າງກັນເພື່ອເປັ່ງນ້ຳເຂົ້າສູ່ດິນບໍລິເວນນ້ຳຢ່າງທັນການ.
ເຂດສະຫງວນທຳມະຊາດແຫ່ງຊາດເຂດສາມຫຼ່ຽມປາກແມ່ນ້ຳເຫຼືອງ
ແມ່ນ້ຳເຫຼືອງທີ່ຍາວຢຽດຄົດລ້ຽວກ້ຽວກອດໄປມາໄຫຼຜ່ານຫຼາຍໂຄ້ງແລ້ວປ່ອງໃສ່ທະເລຢູ່ນະຄອນຕຸ່ງຢິງແຂວງຊ່ານຕຸ່ງ ເຊິ່ງໄດ້ກຳເນີດໃຫ້ເປັນເຂດສາມຫຼ່ຽມປາກແມ່ນ້ຳເຫຼືອງທີ່ມີເອກະລັກສະເພາະຕົວຄື ເປັນລະບົບນິເວດດິນບໍລິເວນນ້ຳທີ່ມີອາຍຸນ້ອຍທີ່ສຸດແລະຖືກອະນຸລັກຮັກສາໃຫ້ຄົບຖ້ວນທີ່ສຸດຢູ່ເຂດອົບອຸ່ນຂອງປະເທດຈີນ. ໃນໄລຍະຜ່ານມາ, ປະລິມານນ້ຳແລະດິນຊາຍທີ່ໄຫຼມາຈາກແມ່ນ້ຳເຫຼືອງແລະທັບຖົມຢູ່ເຂດສາມຫຼ່ຽມແຫ່ງນີ້ແມ່ນຫຼຸດໜ້ອຍລົງຢ່າງຕໍ່ເນື່ອງ,ແລວນ້ຳໄຫຼມີຄວາມໝັ້ນຄົງບໍ່ປ່ຽນແປງ, ພື້ນນ້ຳເລິກລົງ, ການເຊື່ອມຕໍ່ທາງດ້ານອຸທົກກະສາດລະຫວ່າງແມ່ນ້ຳເຫຼືອງກັບດິນບໍລິເວນນ້ຳໄດ້ຫຼຸດໜ້ອຍລົງ, ເຊິ່ງເຮັດໃຫ້ກາຍເປັນດິນເຄັມ,ພືດຕ່າງໆຢູ່ຕາມພື້ນດິນຫຼຸດໜ້ອຍລົງ, ນົກຊະນິດຕ່າງໆສູນເສຍພື້ນທີ່ອາໄສ.
ເຂດສະຫງວນທຳມະຊາດດັ່ງກ່າວໄດ້ປະຕິບັດໂຄງການຕ່າງໆເພື່ອຟື້ນຟູດິນບໍລິເວນນ້ຳ, ໄດ້ສ້າງໂຄງຮ່າງລະບົບນ້ຳຕາມຫຼັກວິທະຍາສາດແລະສົມເຫດສົມຜົນທີ່ລວມທັງ “ການເອົານ້ຳ, ກັກເກັບນ້ຳ,ການສົ່ງນ້ຳ, ການນຳໃຊ້ນ້ຳແລະການລະບາຍນ້ຳ”, ສ້າງໃຫ້ມີຮອບວຽນປ່ອງໃສ່ທະເລສາຍຫຼັກຄື “ແມ່ນ້ຳ-ແຜ່ນດິນ-ຫາດຊາຍ-ທະເລ” ເຊິ່ງສາມາດສ້າງຊ່ອງທາງທີ່ປຽບເໝືອນ “ເສັ້ນເລືອດຝອຍ”ເພື່ອເຊື່ອມຕໍ່ກັນລະຫວ່າງແມ່ນ້ຳເຫຼືອງກັບດິນບໍລິເວນນ້ຳ.
ທ່ານຫວາງລີ້ຕຸ່ງບອກໃຫ້ຮູ້ວ່າ: “ຜ່ານຈາກການກໍ່ສ້າງໂຄງການປ່ອງເປັ່ງນ້ຳແມ່ນ້ຳເຫຼືອງ, ຄອງສົ່ງນ້ຳ, ການສ້າງພູມສັນຖານຂະໜາດນ້ອຍແລະສ້າງຕາໜ່າງເຄືອຂ່າຍຕິດຕາມວັດແທກການຊົດເຊີຍນ້ຳ, ພວກເຮົາໄດ້ປັບປຸງເງື່ອນໄຂຊົດເຊີຍນ້ຳໃຫ້ດິນບໍລິເວນນ້ຳເພື່ອອະນຸລັກສິ່ງແວດລ້ອມນິເວດໃຫ້ດີຂຶ້ນໂດຍພື້ນຖານ. ດຽວນີ້, ປະເພດນົກທີ່ອາໄສຢູ່ເຂດສາມຫຼ່ຽມປາກແມ່ນ້ຳເຫຼືອງແຫ່ງນີ້ມີຫຼາຍຈົນເຮັດໃຫ້ຂ້ອຍຈື່ບໍ່ໄດ້ແລ້ວ.”