ຄວາມສ່ຽງທີ່ເປັນລະບົບໃນຂະແໜງການທະນາຄານຂອງເອີລົບ ແລະ ອາເມຣິກາອາດຈະກຳຈັດໃນໄລຍະສັ້ນບໍ່ໄດ້

2023-03-23 10:38:34 CRI

    ໂດຍໄດ້ຮັບຜົນກະທົບຈາກທະນາຄານອາເມຣິກາຖືກປິດຢ່າງຕໍ່ເນື່ອງ,ລາຄາຫຸ້ນຂອງທະນາຄານໃນຕະຫຼາດຫຸ້ນອາເມຣິກາເໜັງຕີງຈຳນວນຫຼວງຫຼາຍໃນຫວ່າງມໍ່ໆມານີ້.ຜູ້ສັງເກດການສາກົນເຫັນວ່າ, ຄວາມບໍ່ໝັ້ນໃຈຂອງຕະຫຼາດທີ່ມີຕໍ່ຂະແໜງການທະນາຄານເອີລົບ ແລະ ອາເມຣິກາໄດ້ແຜ່ຂະຫຍາຍຢ່າງບໍ່ຢຸດຢັ້ງ ເຮັດໃຫ້ຄວາມສ່ຽງທີ່ເປັນລະບົບໃນຂະແໜງການທະນາຄານອາດຈະກຳຈັດໃນໄລຍະສັ້ນບໍ່ໄດ້.



     ຜູ້ຊ່ຽວຊານອາເມຣິກາຫຼາຍທ່ານກ່າວວ່າ, ທະນາຄານອາເມຣິກາຖືກປິດຢ່າງຕໍ່ເນື່ອງບໍ່ພຽງແຕ່ແມ່ນທະນາຄານແຫ່ງໜຶ່ງເກີດມີບັນຫາເທົ່ານັ້ນ, ຍັງແມ່ນຄວາມປະລາໄຊຂອງມາດຕະການຕິດຕາມຄຸ້ມຄອງ ແລະ ນະໂຍບາຍເງິນຕາ, ໂດຍສະເພາະແມ່ນໃນປີທີ່ຜ່ານມາທະນາຄານກາງຂອງອາເມລິກາ ຫຼື FED ໄດ້ເພີ່ມອັດຕາດອກເບ້ຍໃນລະດັບສູງ, ຕະຫຼາດເກີດບັນຫາຂຶ້ນ ກໍ່ແມ່ນເລື່ອງທີ່ຄາດໄວ້ໄດ້.

 

     ຫວ່າງມໍ່ໆມານີ້, ບໍລິສັດມູດີສ໌ ເຊິ່ງເປັນອົງການປະເມີນລະດັບສາກົນຊີ້ອອກວ່າ:ອາເມຣິກາແກ້ໄຂຄວາມສ່ຽງຍ້ອນເພີ່ມອັດຕາດອກເບ້ຍໃນລະດັບສູງນັ້ນບໍ່ໄດ້,ສິ່ງນີ້ຈິ່ງແມ່ນສາເຫດກົກຮາກຂອງວິກິດການໃນປັດຈຸບັນນີ້.