ປະຊາມະຕິສະແດງໃຫ້ເຫັນວ່າ: ປະຊາທິປະໄຕທີ່ສອດຄ່ອງກັບສະພາບແຫ່ງຊາດຂອງຕົນແມ່ນປະຊາທິປະໄຕດີທີ່ສຸດ

2023-03-23 15:04:35 cri

 

    ຫວ່າງມໍ່ໆມານີ້, ຄັງປັນຍາ CGTN ຂອງວິທະຍຸໂທລະພາບສູນກາງຈີນ ຮ່ວມກັບສະຖາບັນຄົ້ນຄວ້າການບໍລິຫານປະເທດ ແລະສະພາບການຫາງສຽງຂອງມະຫາວິທະຍາໄລເຢີນມີນຈີນ ໄດ້ດຳເນີນການສຳຫຼວດປະຊາມະຕິຂອງຊາວຕ່າງປະເທດກ່ຽວກັບລະບອບປະຊາທິປະໄຕໃນທົ່ວໂລກ. ຜົນການສຳຫຼວດສະແດງໃຫ້ເຫັນວ່າ: ຜູ້ໃຫ້ສຳພາດທົ່ວໂລກແມ່ນໃຫ້ຄວາມສຳຄັນເປັນຢ່າງສູງຕໍ່ສິດທິມະນຸດຂັ້ນພື້ນຖານ, ເຊັ່ນ: ສິດທິຢູ່ລອດ, ສິດການພັດທະນາ ແລະອື່ນໆ. ຜູ້ໃຫ້ສຳພາດກວມ 84,8% ເຫັນວ່າ: ບໍ່ມີປະຊາທິປະໄຕໃດທີ່ຢູ່ເໜືອກວ່າໝູ່, ລະບອບປະຊາທິປະໄຕທີ່ສອດຄ່ອງກັບສະພາບແຫ່ງຊາດຂອງຕົນຈຶ່ງແມ່ນປະຊາທິປະໄຕດີທີ່ສຸດ.

    ຈີນຍຶດໝັ້ນຢ່າງສະເໝີຕົ້ນສະເໝີປາຍວ່າ: ປະຊາທິປະໄຕບໍ່ແມ່ນເຄື່ອງປະດັບ, ຫາກແມ່ນຕ້ອງນຳໃຊ້ເຂົ້າໃນການແກ້ໄຂບັນຫາຕົວຈິງທີ່ປະຊາຊົນຕ້ອງການໃຫ້ແກ້ໄຂ. ຫຼາຍສິບປີຜ່ານມານີ້, ຈີນໄດ້ຊຸກຍູ້ການສ້າງປະຊາທິປະໄຕທຸກຂັ້ນຕອນຢ່າງຮອບດ້ານ, ໂດຍໄດ້ບັນລຸໃຫ້ປະຊາຊົນຢ່າງກວ້າງຂວາງທີ່ສຸດເຂົ້າຮ່ວມຢ່າງຕໍ່ເນື່ອງ, ແນວຄວາມຄິດແກນກາງຂອງປະຊາທິປະໄຕທຸກຂັ້ນຕອນໄດ້ຖືກຮັບຮອງໂດຍທົ່ວໄປຈາກການສຳຫຼວດປະຊາມະຕິ.