FED ປະກາດເພີ່ມອັດຕາດອກເບ້ຍ 25 ຈຸດ

2023-03-23 11:04:55 CRI

     ວັນທີ 22 ມີນານີ້,  ຄະນະກຳມະການຕະຫຼາດເປີດປະຕູສະຫະລັດ(FOMC) ຂອງທະນາຄານກາງອາເມລິກາ ຫຼື FED ປະກາດວ່າ:ຈະຍເພີ່ມເປົ້າໝາຍອັດຕາກອງທັນສະຫະລັດ 25 ຈຸດເຖິງລະຫວ່າງ 4,75% ຫາ 5% ເຊິ່ງແມ່ນລະດັບສູງສຸດນັບແຕ່ເດືອນຕຸລາປີ 2007 ເປັນຕົ້ນມາ.

 

    FED ແຈ້ງໃຫ້ຮູ້ວ່າ, ເພື່ອບັນລຸເປົ້າໝາຍທີ່ເຮັດໃຫ້ການປະກອບອາຊີບຟື້ນຟູຂະໜາດໃຫຍ່ທີ່ສຸດ ແລະ ຫຼຸດອັດຕາເງິນເຟີ້ລົງຮອດລະດັບ 2%, ຄະນະກຳມະການຕົກລົງເພີ່ມອັດຕາດອກເບ້ຍຕື່ມອີກ. ນີ້ແມ່ນ ດFED ເພີ່ມອັດຕາດອກເບ້ຍເປັນເທື່ອທີ 9 ນັບແຕ່ເດືອນມີນາປີກາຍນີ້ເປັນຕົ້ນມາ.


 

    ແຕ່ວ່າ, ຫຼັງຈາກທະນາຄານຫຼາຍແຫ່ງ ເຊັ່ນ:ທະນາຄານຊີລີຄອນແວລີອາເມຣິກາເປັນຕົ້ນຖືກປິດ, ນັກເສດຖະສາດຫຼາຍທ່ານມີຄວາມເຫັນວ່າ ການທີ່ FED ເພີ່ມອັດຕາດອກເບ້ຍເປັນສາເຫດຕົ້ນຕໍ ແລະ ຮຽກຮ້ອງໃຫ້ຍຸດຕິການເພີ່ມອັດຕາດອກເບ້ຍ ເພື່ອຫຼີກລ່ຽງບໍ່ໃຫ້ວິກິດການຮ້າຍແຮງລົງຕື່ມອີກ.