ຈັດກອງປະຊຸມເວທີເປິກສາຫາລືສາກົນຄັ້ງທີ 2 ພາຍໃຕ້ຫົວຂໍ້ “ປະຊາທິປະໄຕ: ຄ່ານິຍົມຮ່ວມຂອງມວນມະນຸດ”

2023-03-23 20:47:52 CRI

 

    ວັນທີ 22 ຫາ 23 ມີນາ 2023, ກອງປະຊຸມເວທີເປິກສາຫາລືສາກົນຄັ້ງທີ 2 ພາຍໃຕ້ຫົວຂໍ້ “ປະຊາທິປະໄຕ: ຄ່ານິຍົມຮ່ວມຂອງມວນມະນຸດ” ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ, ອະດີດບຸກຄົນສຳຄັນທາງການເມືອງ, ທູຕານຸທູດຕ່າງປະເທດປະຈຳຈີນ, ຊ່ຽວຊານ ແລະ ວິຊາການມາຈາກປະເທດຕ່າງໆຢູ່ໃນໂລກທັງໝົດ 200 ກວ່າທ່ານໄດ້ເຂົ້າຮ່ວມກອງປະຊຸມເວທີເປິກສາຫາລື.


    ໃນພິທີເປີດ, ທ່ານຫຼີຊູ່ເລີຍ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາ ອົບຮົມສູນກາງພັກຄອມມູນິດຈີນໄດ້ກ່າວຄຳປາໄສ, ໂດຍສະເໜີຂໍ້ສະເໜີ 4 ຂໍ້ກ່ຽວກັບການຊຸກຍູ້ການຮ່ວມມືປະຊາທິປະໄຕໃນສາກົນ, ຄື: ໜຶ່ງ, ສະແຫວງຫາສິ່ງທີ່ຄືກັນ ສະຫງວນຄວາມແຕກຕ່າງກັນ, ເຄົາລົບເສັ້ນທາງພັດທະນາປະຊາທິປະໄຕເຊິ່ງກັນແລະກັນ; ສອງ, ປະຕິບັດຕໍ່ກັນຢ່າງສະເໝີພາບ, ສ່ອງແສງໃຫ້ເຫັນເຖິງຄວາມຍຸຕິທຳ ແລະ ຄວາມເປັນທຳຂອງສາກົນເປັນຢ່າງດີກວ່າເກົ່າ; ສາມ, ແລກປ່ຽນ ແລະ ຖອດຖອນບົດຮຽນນຳກັນ, ຊຸກຍູ້ຄວາມກ້າວໜ້າ ແລະ ການພັດທະນາຂອງອະລິຍະທຳມະນຸດ; ສີ່, ຊົມໃຊ້ສິດທິ ແລະ ແບກຫາບຄວາມຮັບຜິດຊອບຮ່ວມກັນ, ຮ່ວມກັນສ້າງອະນາຄົດທີ່ດີງາມກວ່າເກົ່າຂອງມວນມະນຸດ.


    ຜູ້ເຂົ້າຮ່ວມກອງປະຊຸມຍັງເປັນເອກະພາບກັນເຫັນວ່າ: ປະຊາທິປະໄຕແມ່ນຄ່ານິຍົມຮ່ວມຂອງມວນມະນຸດ, ປະຊາທິປະໄຕບໍ່ແມ່ນມີແຕ່ຮູບແບບພຽງຢ່າງດຽວທີ່ສາມາດໃຊ້ໄດ້ໃນປະເທດຕ່າງໆຢູ່ໃນໂລກແບບທົ່ວໄປ. ປະເທດຕ່າງໆຄວນເຄົາລົບເຊິ່ງກັນແລະກັນ, ແລກປ່ຽນບົດຮຽນນຳກັນ, ຮ່ວມກັນສ້າງສາ ແລະ ພັດທະນາຄວາມສິວິໄລດ້ານການເມືອງຂອງມວນມະນຸດ.