ຈີນທວງໃຫ້ອາເມຣິກາສຳຫຼວດຕົນເອງຄືນໃນບັນຫາອູແກຣນ

2023-03-23 17:31:45 cri


ວັນທີ22ມີນານີ້,ທ່ານວ່າງເວີນປີ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ.


ມີນັກຂ່າວຖາມວ່າ: ເຈົ້າໜ້າທີ່ອາເມຣິກາກ່າວໃນວັນທີ21ມີນານີ້ວ່າ ຫຼັກໝັ້ນຂອງຈີນໃນບັນຫາອູແກຣນບໍ່ທ່ຽງທຳ. ຕໍ່ກັບເລື່ອງນີ້,ທ່ານວ່າງເວີນປີ່ນຊີ້ໃຫ້ເຫັນວ່າ: ຈີນບໍ່ແມ່ນຜູ້ກໍ່ວິກິດການອູແກຣນ,ຍິ່ງບໍ່ໄດ້ສະໜອງອາວຸດໃຫ້ແກ່ຝ່າຍໃດທີ່ປະທະກັນ.


ທ່ານວ່າງເວີນປີ່ນກ່າວຕື່ມວ່າ:ຈີນບໍ່ໄດ້ນັ່ງເສີຍໃນບັນຫາອູແກຣນ,ຍິ່ງບໍ່ໄດ້ຕື່ມນ້ຳມັນເພື່ອຜົນປະໂຫຍດສ່ວນຕົວ. ການກະທຳຂອງຈີນເວົ້າລວມແລ້ວແມ່ນເພື່ອຈຸດປະສົງອັນໜຶ່ງ, ຄື:ສົ່ງເສີມໃຫ້ເກີດສັນຕິພາບແລະຈັດການເຈລະຈາກັນ.ພວກເຮົາທວງໃຫ້ອາເມຣິກາຈົ່ງສຳຫຼວດຕົນເອງຄືນໃນບັນຫາອູແກຣນ,ດັດແກ້ຄວາມຜິດພາດຂອງຕົນທີ່ໃຫ້ທຸກຝ່າຍປະທະກັນຕໍ່ໄປ.