ອາເມຣິກາມອດໄຟຄົນອື່ນ ກໍບໍ່ສາມາດສ້າງແສງສະຫວ່າງໃຫ້ກັບຕົນເອງໄດ້

2023-03-23 16:08:14 CRI

ວັນທີ 20 ມີນານີ້, ກະຊວງການຕ່າງປະເທດອາເມຣິກາໄດ້ເປີດເຜີຍບົດລາຍງານສິດທິມະນຸດຂອງປະເທດຕ່າງໆປີ 2022 ໂດຍມີເນື້ອໃນກ່ຽວຂ້ອງເຖິງປະເທດຈີນ ເຊິ່ງເຕັມໄປດ້ວຍຖ້ອຍຄຳທີ່ມີເລ່ລ່ຽມການເມືອງ ແລະແນວຄິດອະຄະຕິດ້ານຮູບຖານຈິດສຳນຶກ. ໃນມື້ດຽວກັນ, ເພື່ອເປັນການຕອບໂຕ້, ເວັບໄຊກະຊວງການຕ່າງປະເທດຈີນກໍໄດ້ເປີດເຜີຍບົດລາຍງານວ່າດ້ວຍສະພາບປະຊາທິປະໄຕຂອງອາເມຣິກາໃນປີ 2022 ໂດຍໄດ້ເປີດເຜີຍສະພາບຄວາມວຸ້ນວາຍດ້ານ “ປະຊາທິປະໄຕ” ຢູ່ພາຍໃນປະເທດອາເມຣິກາ ພ້ອມດ້ວຍຄວາມປັ່ນປ່ວນ ແລະໄພພິບັດທີ່ອາເມຣິກາສ້າງຂຶ້ນຍ້ອນໂຄສະນາຂົນຂວາຍ ແລະບັງຄັບໃຫ້ປະເທດອື່ນຍອມຮັບອັນທີ່ເອີ້ນວ່າ “ປະຊາທິປະໄຕ”ໃນທົ່ວໂລກ, ບົດລາຍງານສະບັບນີ້ມີຈຸດປະສົງເພື່ອຊ່ວຍປະເທດຕ່າງໆຮັບຮູ້ໜ້າຕາອັນແທ້ຈິງຂອງອາເມຣິກາ.


ບົດລາຍງານວ່າດ້ວຍສະພາບປະຊາທິປະໄຕຂອງອາເມຣິກາໃນປີ 2022 ຊີ້ໃຫ້ເຫັນວ່າ: ປີ 2022, ອາເມຣິກາສືບຕໍ່ຕົກຢູ່ໃນວົງຈອນອັນຮ້າຍແຮງຂອງປະຊາທິປະໄຕທີ່ສູນເສຍຮູບແບບ, ການເມືອງທີ່ເຊື່ອມສະມັດຕະພາບ ແລະສັງຄົມທີ່ສູນເສຍຄວາມເປັນເອກະພາບກັນ. ການເມືອງທຶນນິຍົມ, ການເມືອງດ້ານຖານະ (identity politics), ສັງຄົມແຕກແຍກ, ຄວາມແຕກໂຕນກັນລະຫວ່າງຄົນຮັ່ງມີກັບຄົນທຸກຍາກ ແລະບັນຫາອື່ນໆ ນັບມື້ນັບຮ້າຍແຮງຂຶ້ນ. ພະຍາດປະຊາທິປະໄຕຂອງອາເມຣິກາໄດ້ຊຶມເຂົ້າໃນທຸກດ້ານຂອງການເມືອງ ແລະສັງຄົມ ພ້ອມທັງສະແດງໃຫ້ເຫັນເຖິງຄວາມຫຼົ້ມເຫຼວດ້ານການບໍລິຫານ ແລະຂໍ້ບົກຜ່ອງດ້ານລະບອບຂອງອາເມຣິກາ.

ວຽກງານສາກົນເປັນວຽກງານທີ່ກ່ຽວພັນກັບຜົນປະໂຫຍດຮ່ວມຂອງມວນມະນຸດ, ຄວນໃຫ້ປະເທດຕ່າງໆເປິກສາຫາລື ແລະ ປະຕິບັດກັນ, ແຕ່ອາເມຣິກາພັດບໍ່ເຄີຍປະຕິບັດຕາມຫຼັກການປະຊາທິປະໄຕໃນການພົວພັນສາກົນຢ່າງແທ້ຈິງຈັກເທື່ອ. ອາເມຣິກາຂືນປະຕິບັດຕາມແນວຄິດສົງຄາມເຢັນ, ມັກປະຕິບັດລັດທິຝ່າຍດຽວໂດຍອ້າງລັດທິຫຼາຍຝ່າຍ; ຕໍ່ກັບລະບຽບການສາກົນ, ຄັນເໝາະກັບຕົນເອງຈະໃຊ້, ຄັນບໍ່ເໝາະກັບຕົນເອງກໍຖິ້ມປະໄປເລີຍ. ນັບແຕ່ຊຸມປີ 1980 ເປັນຕົ້ນມາ, ອາເມຣິກາເຄີຍໄດ້ຖອນອອກຈາກ 17 ອົງການຈັດຕັ້ງສາກົນ ແລະສັນຍາສາກົນທີ່ສຳຄັນ ເຊັ່ນ: ສະພາສິດທິມະນຸດອົງການສະຫະປະຊາຊາດ, ອົງການອະນາໄມໂລກ, ອົງການການສຶກສາ, ວິທະຍາສາດ ແລະວັດທະນະທຳຂອງສະຫະປະຊາຊາດ, ສົນທິສັນຍາປາຣີກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະອື່ນໆ.

ເຖິງວ່າຕົນເອງມີບັນຫາຢ່າງຫຼວງຫຼາຍກໍຕາມ, ແຕ່ອາເມຣິກາຍັງສືບຕໍ່ທຳທ່າເປັນປະລະມາຈານປະຊາທິປະໄຕ, ແບ່ງແຍກທົ່ວໂລກໃຫ້ເປັນ “ຄ້າຍປະຊາທິປະໄຕ ແລະຄ້າຍທີ່ບໍ່ແມ່ນປະຊາທິປະໄຕ”, ຈັດ “ກອງປະຊຸມສຸດຍອດປະຊາທິປະໄຕ” ຄັ້ງທີ 2. ເມື່ອງສັງເກດເບິ່ງ “ກອງປະຊຸມສຸດຍອດປະຊາທິປະໄຕ” ຄັ້ງທຳອິດທີ່ຈັດຂຶ້ນໂດຍອາເມຣິກາໃນປີຜ່ານມາ, ທີ່ຈິງແລ້ວບໍ່ມີປະຊາທິປະໄຕຈັກຢ່າງເລີຍ; ມັນໄດ້ແບ່ງແຍກປະຊາຄົມໂລກໃຫ້ເປັນອັນທີ່ເອີ້ນວ່າ  “ຄ້າຍປະຊາທິປະໄຕ ແລະຄ້າຍທີ່ບໍ່ແມ່ນປະຊາທິປະໄຕ” ໂດຍອີງຕາມຮູບຖານຈິດສຳນຶກ; ການຈັດກອງປະຊຸມສຸດຍອດປະຊາທິປະໄຕ ບໍ່ພຽງແຕ່ບໍ່ໄດ້ຊຸກຍູ້ປະຊາທິປະໄຕຂອງທົ່ວໂລກເທົ່ານັ້ນ, ຍັງໄດ້ສ້າງວິກິດການການເມືອງໃນພາກພື້ນທີ່ຮ້າຍແຮງກວ່າເກົ່າອີກດ້ວຍ. ອາເມຣິກາຈັດ “ກອງປະຊຸມສຸດຍອດປະຊາທິປະໄຕ” ຄັ້ງທີ 2, ຈຸດປະສົງອັນແທ້ຈິງກໍແມ່ນເຮັດໃຫ້ປະຊາທິປະໄຕກາຍເປັນເຄື່ອງມື ແລະອາວຸດ ເພື່ອປະຕິບັດໜ້າທີ່ການເມືອງຂອງກຸ່ມຜົນປະໂຫຍດ ແລະຮັບໃຊ້ຖານະທີ່ເປັນປະເທດມະຫາອຳນາດຂອງຕົນເທົ່ານັ້ນ.

“ການມອດໄຟຄົນອື່ນ, ເຮັດໃຫ້ຕົນເອງບໍ່ໄດ້ຮັບແສງສະຫວ່າງສັນໃດ; ການກີດຂວາງທາງເດີນຄົນອື່ນ, ກໍ່ຈະເຮັດໃຫ້ຕົນເອງເດີນໄປຂ້າງໜ້າບໍ່ໄດ້ສັນນັ້ນ.” ພວກເຮົາເຕືອນໃຫ້ອາເມຣິກາຈົ່ງຢຸດຕິການຊີ້ໄມ້ຊີ້ມືຕໍ່ປະເທດອື່ນ, ສຳຫຼວດຕົນເອງຄືນ, ດັດແກ້ການກະທຳທີ່ລ່ວງລ້ຳສິດທິມະນຸດຂອງປະເທດອື່ນ ແລະທຳລາຍປະຊາທິປະໄຕຂອງທົ່ວໂລກ ໂດຍຊູຄັນທຸງສິດທິມະນຸດ ແລະປະຊາທິປະໄຕ. ເສລີພາບ, ປະຊາທິປະໄຕ ແລະສິດທິມະນຸດ ເປັນສິ່ງທີ່ມວນມະນຸດສະແຫວງຫາຮ່ວມກັນ, ຈີນຍິນດີເພີ່ມທະວີການແລກປ່ຽນ ແລະຖອດຖອນບົດຮຽນເຊິ່ງກັນລະກັນກັບບັນດາປະເທດກ່ຽວກັບບັນຫາປະຊາທິປະໄຕ, ຊຸກຍູ້ການພົວພັນສາກົນໃຫ້ມີປະຊາທິປະໄຕ, ປະກອບສ່ວນໃຫຍ່ກວ່າເກົ່າເຂົ້າໃນພາລະກິດຄວາມຄືບໜ້າຂອງມວນມະນຸດ.