ຈີນທວງໃຫ້ອາເມຣິກາໃຊ້ນະໂຍບາຍຮັບຜິດຊອບ, ຫຼີກເວັ້ນບໍ່ໃຫ້ເກີດວິກິດການທາງການເງິນ ຄືກັບປີ2008ນັ້ນອີກເທື່ອໜຶ່ງ

2023-03-24 11:01:45 cri


ໂດຍແນໃສ່ເຫດການທະນາຄານຊີລີຄອນແວລີອາເມຣິກາ, ທ່ານວ່າງເວີນປີ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວໃນວັນທີ23ມີນານີ້ ໂດຍກ່າວວ່າ: ຈີນທວງໃຫ້ອາເມຣິກາຈົ່ງໃຊ້ນະໂຍບາຍເສດຖະກິດມະຫາພາກທີ່ຮັບຜິດຊອບ,ເຮັດໃຫ້ຄາດໝາຍຕໍ່ຕະຫຼາດແລະຄວາມໝັ້ນໃຈຂອງຜູ້ລົງທຶນມີຄວາມໝັ້ນຄົງຢ່າງແທ້ຈິງ,ຫຼີກເວັ້ນບໍ່ໃຫ້ເກີດວິກິດການທາງການເງິນຄືກັບປີ2008ນັ້ນອີກເທື່ອໜຶ່ງ.


ທ່ານວ່າງເວີນປີ່ນຊີ້ໃຫ້ເຫັນວ່າ:ຢູ່ໃນໂລກປັດຈຸບັນ,ລະບົບການເງິນທົ່ວໂລກແມ່ນເຊື່ອມຕໍ່ກັນໃນລະດັບສູງ, ເຫດການທະນາຄານຊີລີຄອນແວລີອາເມຣິກາໄດ້ພາໃຫ້ຕະຫຼາດການເງິນທົ່ວໂລກປັ່ນປ່ວນ. ພວກເຮົາຫວັງໃຫ້ອາເມຣິກາຈົ່ງເພີ່ມທະວີຄວາມປອດໃສ, ເພີ່ມທະວີການແລກປ່ຽນກັບປະຊາຄົມໂລກ,ແຈ້ງທຸກບັນຫາທີ່ປະຊາຄົມໂລກໃຫ້ຄວາມສົນໃຈນັ້ນຢ່າງຊັດເຈນ ເຊັ່ນ: ຄວາມສ່ຽງທີ່ເກີດຂຶ້ນມັນໃຫຍ່ສ່ຳໃດ,ຕໍ່ມາອາເມຣິກາຈະແກ້ໄຂແນວໃດເປັນຕົ້ນ. ນີ້ແມ່ນໜ້າທີ່ຄວາມຮັບຜິດຊອບຂອງອາເມຣິກາ,ແລະແມ່ນຄວາມຄອງຄອຍຂອງປະຊາຄົມໂລກ.


ຫວ່າງມໍ່ໆມານີ້,ທະນາຄານຊີລີຄອນແວລີອາເມຣິກາລົ້ມລະລາຍ,ກາຍເປັນເຫດການໃຫຍ່ກວ່າໝູ່ທີ່ທະນາຄານລົ້ມລະລາຍຢູ່ອາເມຣິການັບແຕ່ເກີດວິກິດການທາງການເງິນໃນປີ 2008 ເປັນຕົ້ນມາ. ນອກນີ້ສື່ມວນຊົນອາເມຣິກາລາຍງານວ່າ: ປັດຈຸບັນຢູ່ອາເມຣິກາມີທະນາຄານ 186 ແຫ່ງແມ່ນມີຄວາມສ່ຽງຄືກັບທະນາຄານຊີລີຄອນແວລີ.