ກະຊວງການຕ່າງປະເທດຈີນ:ອາເມຣິກາຄວນຍຸດຕິແຊກແຊງບັນຫາໄຕ້ຫວັນ

2023-03-24 10:30:51 CRI

    ວັນທີ 23 ມີນານີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຕັ້ງຄຳຖາມກ່ຽວກັບຄຳເວົ້າທາງລົບກ່ຽວກັບໄຕ້ຫວັນຂອງທ່ານແອນໂທນີ ບຣີນເຄນ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາ.



    ທ່ານວ່າງເວີນປິ່ນກ່າວວ່າ: ໄຕ້ຫວັນເປັນໄຕຫວັນຂອງຈີນ, ການແກ້ໄຂບັນຫາໄຕ້ຫວັນເປັນເລື່ອງຂອງຊາວຈີນເອງ,ຕ້ອງຕົກລົງດ້ວຍຊາວຈີນ, ພວກຂ້າພະເຈົ້າຍຶດໝັ້ນຍາດແຍ່ງອະນາຄົດເປັນເອກະພາບໂດຍສັນຕິດ້ວຍຄວາມຈິງໃຈໃຫຍ່ທີ່ສຸດ ແລະ ຄວາມພະຍາຍາມຫຼາຍທີ່ສຸດ, ແຕ່ເດັດດ່ຽວບໍ່ໃຫ້ຄຳໝັ້ນສັນຍາວ່າຈະປະຖິ້ມການໃຊ້ກຳລັງອາວຸດ,ພ້ອມທັງຈະຮັກສາສິດໃຊ້ມາດຕະການທີ່ຈຳເປັນທຸກຢ່າງ ໂດຍແນໃສ່ການແຊກແຊງຈາກອິດທິກຳລັງພາຍນອກ ພ້ອມທັງພວກ “ແບ່ງແຍກໄຕ້ຫວັນເປັນເອກະລາດ”ຈຳນວນໜ້ອຍທີ່ສຸດ ແລະ ການເຄື່ອນໄຫວແບ່ງແຍກຂອງພວກເຂົາ.

 

    ທ່ານວ່າງເວີນປິ່ນຊີ້ອອກວ່າ, ຖ້າວ່າອາເມຣິກາຢາກໃຫ້ຊ່ອງແຄບໄຕ້ຫວັນມີສັນຕິພາບ ແລະ ສະຖຽນລະພາບຢ່າງແທ້ຈິງ, ກໍ່ຄວນເຄົາລົບຫຼັກການປະເທດຈີນດຽວ, ປະຕິບັດຕາມຄຳໝັ້ນສັນຍາທີ່ບໍ່ສະໜັບສະໜູນໃຫ້ໄຕຫວັນເປັນເອກະລາດຂອງຜູ້ນຳອາເມຣິກາຢ່າງຈິງໃຈ, ຍຸດຕິແຊກແຊງບັນຫາໄຕ້ຫວັນ ແລະ ຍຸດຕິການສ້າງສະຖານະການເຄັ່ງຕຶງໃໝ່ຢູ່ຊ່ອງແຄບໄຕ້ຫວັນ.