ປະທານາທິບໍດີເມັກຊິກກ່າວວ່າ: ບົດລາຍງານສິດທິມະນຸດທີ່ເຜີຍແຜ່ໂດຍອາເມຣິການັ້ນບໍ່ມີຄຸນຄ່າໃດໆ

2023-03-24 16:07:03 cri


    ຫວ່າງມໍ່ໆມານີ້, ທ່ານອັນເດຣສ ມານູເອວ ໂລເປສ ໂອບຣາດໍ ປະທານາທິບໍດີເມັກຊິກກ່າວວ່າ: ບົດລາຍງານກ່ຽວກັບສິດທິມະນຸດຢູ່ເມັກຊິກທີ່ລັດຖະບານອາເມຣິກາເຜີຍແຜ່ໃນວັນທີ 20 ມີນານີ້ບໍ່ມີຄຸນຄ່າໃດໆ, ເນື້ອໃນຈຳນວນໜຶ່ງຂອງບົດລາຍງານໄດ້ລະເມີດກົດໝາຍສາກົນຢ່າງບັງອາດ.

    ວັນທີ 20 ມີນານີ້, ລັດຖະບານອາເມຣິກາໄດ້ເຜີຍແຜ່ບົດລາຍງານສິດທິມະນຸດປີ2022ຂອງປະເທດຈຳນວນໜຶ່ງ, ໃນນັ້ນ, ມີເນື້ອໃນທີ່ກ່ຽວກັບເມັກຊິກລວມຢູ່ນຳ. ທ່ານອັນເດຣສ ມານູເອວ ໂລເປສ ໂອບຣາດໍ ກ່າວຕື່ມວ່າ: ບົດລາຍງານດັ່ງກ່າວແມ່ນຮ່າງໂດຍພາກສ່ວນນ້ອຍຂອງກະຊວງການຕ່າງປະເທດອາເມຣິກາເທົ່ານັ້ນ, ບໍ່ມີຫຼັກຖານອ້າງອີງ, ທັງເຕັມໄປດ້ວຍຄຳຕົວະຍົວະ, ແມ່ນການກະທຳທາງການເມືອງທັງໝົດ.

    ທ່ານອັນເດຣສ ມານູເອວ ໂລເປສ ໂອບຣາດໍ ຊີ້ໃຫ້ເຫັນວ່າ: ອາເມຣິກາມີຄວາມຊຳນານໃນການໃສ່ຮ້າຍປ້າຍສີ, ບໍ່ປັບປຸງນະໂຍບາຍເກົ່າ ແລະຫຼ້າສະໄໝ, ພ້ອມທັງສືບຕໍ່ແຊກແຊງຊີວິດການເປັນຢູ່ທົ່ວໄປຂອງປະເທດອື່ນ.