ກອງປະຊຸມສຸດຍອດລະດູໃບໄມ້ປົ່ງຂອງສະຫະພາບເອີຣົບສຸມໃສ່ຫົວຂໍ້ເສດຖະກິດ

2023-03-24 14:59:52 cri


ວັນທີ23ມີນານີ້, ກອງປະຊຸມສຸດຍອດລະດູໃບໄມ້ປົ່ງຂອງສະຫະພາບເອີຣົບທີ່ຈະດຳເນີນເປັນເວລາສອງວັນນັ້ນໄດ້ຈັດຂຶ້ນຢູ່ນະຄອນຫຼວງບຣຸກແຊນຂອງແບນຊິກ. ນອກຈາກສືບຕໍ່ໃຫ້ຄວາມສົນໃຈຕໍ່ການປະທະກັນລະຫວ່າງຣັດເຊຍ-ອູແກຣນແລ້ວ,ກອງປະຊຸມຍັງໄດ້ສຸມໃສ່ເປິກສາຫາລືກ່ຽວກັບການຍົກສູງກຳລັງແກ້ງແຍ້ງຂອງເອີຣົບ ແລະຂຸດຄົ້ນກຳລັງແຮງບົ່ມຊ້ອນຂອງຕະຫຼາດສະຫະພາບເອີຣົບເປັນຕົ້ນ.


ນັບແຕ່ເກີດການປະທະກັນລະຫວ່າງຣັດເຊຍ-ອູແກຣນໃນທ້າຍເດືອນກຸມພາປີກາຍນີ້ເປັນຕົ້ນມາ,ຫົວຂໍ້ເສດຖະກິດໄດ້ກາຍເປັນຈຸດສຸມໃນກອງປະຊຸມສຸດຍອດຂອງສະຫະພາບເອີຣົບ ເທື່ອທຳອິດ. ດ້ານໜຶ່ງ,ການລົງໂທດຣັດເຊຍຫຼາຍຄັ້ງເຮັດໃຫ້ໄພເງິນເຟີ້ຂອງສະຫະພາບເອີຣົບເພີ່ມສູງຂຶ້ນຢ່າງບໍ່ຢຸດຢັ້ງ ເຊິ່ງເຮັດໃຫ້ບັນດາປະເທດສະມາຊິກເກີດມີການແຫ່ຂະບວນປະທ້ວງຢ່າງຕໍ່ເນື່ອງ; ອີກດ້ານໜຶ່ງ,ອາເມຣິກາປະກາດມາດຕະການເພີ່ມເງິນຖົມຂຸມຈຳນວນຫຼາຍ ເພື່ອປ້ອງກັນຂະແໜງການສີຂຽວເຊັ່ນລົດໄຟຟ້າຂອງປະເທດຕົນເປັນຕົ້ນໄດ້ກະທົບເຖິງການພັດທະນາອຸດສາຫະກຳຂອງເອີຣົບໂດຍກົງ,ເຮັດໃຫ້ສະຫະພາບເອີຣົບເກີດມີຄວາມວິຕົກກັງວົນທີ່ບໍ່ເຄີຍມີມາກ່ອນ. ນັກວິເຄາະເຫັນວ່າ: ພາຍໃຕ້ສະພາບຄວາມສ່ຽງທັງພາຍໃນແລະພາຍນອກ, ບັນດາຝ່າຍຂອງສະຫະພາບເອີຣົບຮີບຮ້ອນສະແຫວງຫາການປ່ຽນແປງ ໂດຍກຳລັງພິຈາລະນາມາດຕະການທີ່ເປັນລະບົບ,ເພື່ອເລັ່ງລັດປ່ຽນຮູບດ້ານພະລັງງານແລະສະແຫວງຫາການສະໜອງພະລັງງານດ້ວຍຕົນເອງ.