ດັດຊະນີສູນກາງການເງິນທົ່ວໂລກຂອງຮົງກົງຢືນຢູ່ອັນດັບ4ຕໍ່ໄປ

2023-03-24 11:03:24 cri


ວັນທີ23ມີນານີ້,ກຸ່ມZ/Yenອັງກິດຮ່ວມກັບສະຖາບັນບຸກເບີກແລະຄົ້ນຄວ້າສັງລວມເຊີ່ນເຈີ້ນຈີນໄດ້ປະກາດບົດລາຍງານ“ດັດຊະນີສູນກາງການເງິນທົ່ວໂລກ”ສະບັບທີ33, ເຊິ່ງຮົງກົງຢືນຢູ່ອັນດັບ4ຕໍ່ໄປໃນລາຍຊື່ທົ່ວໂລກ.


ໂຄສົກອົງການປົກຄອງເຂດບໍລິຫານພິເສດຮົງກົງກ່າວວ່າ: ໃນຖານະເປັນສູນກາງການເງິນນຳໜ້າຂອງໂລກ,ຮົງກົງມີຄວາມສາມາດແລະທ່າແຮງທີ່ເຂັ້ມແຂງໃນດ້ານສິ່ງແວດລ້ອມທຸລະກິດ,ພື້ນຖານໂຄງລ່າງ ແລະລະດັບການພັດທະນາຂະແໜງການການເງິນເປັນຕົ້ນ. ຮົງກົງອີງໃສ່ການສະໜັບສະໜູນທີ່ໝັ້ນຄົງຈາກລັດແລະທ່າແຮງພິເສດ“ປະເທດດຽວສອງລະບອບ” ຈະເພີ່ມທະວີພາລະບົດບາດການພັດທະນາຢ່າງບໍ່ຢຸດຢັ້ງ,ກຳເອົາໂອກາດປະຫວັດສາດທີ່ມີຢູ່ໃນການພັດທະນາປະເທດຊາດ.