ຈີນເດັດດ່ຽວຄັດຄ້ານອາເມຣິກາ ອັງກິດ ແລະ ອົສຕຣາລີດຳເນີນການຮ່ວມມືດ້ານກຳປັ່ນດຳນ້ຳນິວເຄລຍ

2023-03-24 11:23:18 CRI

    ຈີນເດັດດ່ຽວຄັດຄ້ານອາເມຣິກາ ອັງກິດ ແລະ ອົສຕຣາລີດຳເນີນການຮ່ວມມືດ້ານກຳປັ່ນດຳນ້ຳນິວເຄລຍ

 

    ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນເມື່ອວັນທີ 23 ມີນານີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນຊີ້ອອກວ່າ, ອາເມຣິກາ ອັງກິດ ແລະ ອົສຕຣາລີຮ່ວມເປັນກຸ່ມນ້ອຍ, ອອກແຮງຢ່າງສຸດຂີດຊຸກຍູ້ການຮ່ວມມືດ້ານກຳປັ່ນດຳນ້ຳນິວເຄລຍ, ຈີນໄດ້ສະແດງຄວາມເປັນຫ່ວງ ແລະ ມີຫຼັກໝັ້ນເດັດດ່ຽວຄັດຄ້ານ.



    ຫວ່າງມໍ່ໆມານີ້, ອາເມຣິກາ ອັງກິດ ແລະ ອົສຕຣາລີໄດ້ປະກາດແຜນການລະອຽດກ່ຽວກັບການຮ່ວມມືດ້ານກຳປັ່ນດຳນ້ຳນິວເຄລຍ. ຕໍ່ກັບເລື່ອງນີ້, ທ່ານວ່າງເວີນປິ່ນກ່າວວ່າ, ການທີ່ອາເມຣິກາ ອັງກິດ ແລະ ອົສຕຣາລີດຳເນີນການຮ່ວມມືດ້ານກຳປັ່ນດຳນ້ຳນິວເຄລຍໄດ້ເຜີຍແບໃຫ້ເຫັນສອງມາດຕະຖານ ແລະ ຄວາມຈອມປອມຂອງສາມປະເທດດັ່ງກ່າວໃນບັນຫາທີ່ບໍ່ແຜ່ຜາຍອາວຸດນິວເຄລຍ.


     ທ່ານວ່າງເວີນປິ່ນກ່າວເນັ້ນວ່າ, ການຮ່ວມມືໃນດ້ານກຳປັ່ນດຳນ້ຳນິວເຄລຍຂອງອາເມຣິກາ ອັງກິດ ແລະ ອົສຕຣາລີໄດ້ສ່ອງແສງໃຫ້ເຫັນຢ່າງເຕັມສ່ວນວ່າ, ການກະທຳແບບຂົ່ມເຫັງຂອງສາມປະເທດແມ່ນດູໝິ່ນກົດລະບຽບສາກົນ ແລະ ໄດ້ທຳລາຍລະບົບທີ່ບໍ່ແຜ່ຜາຍອາວຸດນິວເຄລຍສາກົນ. ອາເມຣິກາ ອັງກິດ ແລະ ອົສຕຣາລີຮ່ວມມືດ້ານກຳປັ່ນດຳນ້ຳນິວເຄລຍໄດສ້າງແບບຢ່າງທີ່ບໍດີທີ່ສຸດ, ຍ່ອມຈະໃຫ້ປະເທດອື່ນໆເຮັດຕາມ ແລະ ກໍ່ຈະສ້າງຜົນທະທົບທາງລົບຕໍ່ການແກ້ໄຂບັນຫາຈຸດຮ້ອນດ້ານນິວເຄລຍໃນພາກພື້ນ, ສຸດທ້າຍອາດຈະເຮັດໃຫ້ລະບົບທີ່ບໍ່ແຜ່ຜາຍອາວຸດນິວເຄລຍສາກົນລົ້ມລະລາຍ, ສ່ວນຜົນກະທົບທາງລົບນີ້ຍ່ອມຈະສ້າງຜົນຮ້າຍຕໍ່ສາມປະເທດດັ່ງກ່າວ.