ຈີນກາຍເປັນຄູ່ການຄ້າໃຫຍ່ທີ່ສຸດຂອງບຣາຊິນເປັນເວລາ 14 ປີຕິດຕໍ່ກັນ

2023-03-24 10:37:11 CRI

    ທ່ານລູອິສ ອີນາຊີໂອ ລູລາ  ດາ ຊີນວາ ປະທານາທິບໍດີບຣາຊິນຈະຢ້ຽມຢາມຈີນທາງລັດຖະກິດລະຫວ່າງວັນທີ 26 ຫາ 31 ມີນານີ້. ວັນທີ 23 ມີນານີ້, ໃນເວລາຕອບຄຳຖາມທີ່ກ່ຽວຂ້ອງ, ທ່ານນາງຊູ້ເຈ໋ທີງ ໂຄສົກກະຊວງການຄ້າຈີນຊີ້ໃຫ້ເຫັນວ່າ, ຍອດມູນຄ່າການຄ້າລະຫວ່າງຈີນ ກັບ ເບຣຊິນໃນປີ 2022 ບັນລຸເຖິງ 171,49 ຕື້ໂດລາ, ຈີນກາຍເປັນຄູ່ການຄ້າໃຫຍ່ທີ່ສຸດຂອງບຣາຊິນເປັນເວລາ 14 ປີຕິດຕໍ່ກັນ.


 

    ທ່ານນາງຊູ້ເຈ໋ມີງກ່າວຕື່ມວ່າ, ບຣາຊິນເປັນປະເທດອັນດັບນຶ່ງທີ່ສົ່ງອອກຖົ່ວເຫຼືອງ, ຊີ້ນໄກ່ ແລະນ້ຳຕານໃຫ້ແກ່ຈີນ. ສ່ວນຈີນແມ່ນປະເທດລົງທຶນໂດຍກົງອັນສຳຄັນຂອງບຣາຊິນ, ການຮ່ວມມືທີ່ຕິດແທດຕົວຈິງລະຫວ່າງສອງຝ່າຍແມ່ນພັດທະນາໄປຢ່າງໝັ້ນຄົງ ແລະ ກ່ຽວຂ້ອງກັບຫຼາຍຂົງເຂດເຊັ່ນ: ອຸດສາຫະກຳການຜະລິດ, ພະລັງງານບໍ່ແຮ່, ກະສິກຳ ແລະ ພື້ນຖານໂຄງລ່າງເປັນຕົ້ນ. ຈີນ ກັບ ເບຣຊິນເປັນຄູ່ເສດຖະກິດການຄ້າອັນສຳຄັນເຊິ່ງກັນແລະກັນ.