ຊົນນະບົດທີ່ສວຍງາມເໝືອນດັ່ງຮູບແຕ້ມ

2023-03-24 16:04:43 cri

    ບົດລາຍງານການເມືອງກອງປະຊຸມຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນບາງຕອນລະບຸວ່າ: ຕ້ອງສ້າງຊົນນະບົດສວຍງາມທີ່ໜ້າຢູ່ ແລະໜ້າປະກອບອາຊີບ. ຊົນນະບົດແມ່ນກົກຮາກຂອງຈີນ, ການທີ່ເຮັດໃຫ້ຊົນນະບົດມີພູຂຽວນ້ຳໃສ, ສາມາດດຶງດູດຊາວທ້ອງຖິ່ນສ້າງວຽກເຮັດງາມທຳຢູ່ກັບບ້ານຂອງຕົນ, ແມ່ນຄວາມມຸ່ງຫວັງຮ່ວມຂອງປະຊາຊົນຈີນ. ຖ້າຢາກສ້າງປະເທດຈີນທີ່ສວຍງາມ, ກໍຕ້ອງສ້າງຊົນນະບົດທີ່ສວຍງາມ.