ທີມເຮືອລາດຕະເວນຮ່ວມເພື່ອປະຕິບັດກົດໝາຍຕາມແມ່ນ້ຳຂອງຄັ້ງທີ127ໄດ້ຊ່ວຍກອບກູ້ເຮືອການຄ້າຂອງລາວທີ່ປະສົບໄພ

2023-03-25 16:35:30 cri

ວັນທີ23ມີນານີ້,ໃນເວລາລາດຕະເວນຮ່ວມເພື່ອປະຕິບັດກົດໝາຍຕາມແມ່ນ້ຳຂອງລະຫວ່າງຈີນ,ລາວ,ໄທແລະມຽນມາຄັ້ງທີ127,ທີມເຮືອໄດ້ຊ່ວຍກອບກູ້ເຮືອການຄ້າຂອງລາວທີ່ປະສົບໄພຢ່າງສຳເລັດຜົນ.


ຕາມລາຍງານວ່າ:ໃນເວລາ10ໂມງ50ນາທີມື້ດຽວດັນ,ທີມເຮືອລາດຕະເວນຮ່ວມໄດ້ຮັບແຈ້ງວ່າ, ເຮືອການຄ້າຂອງລາວໄດ້ຕຳກ້ອນຫີນໃນນ້ຳ,ມີຄວາມອັນຕະລາຍທີ່ສຸດ. ພາຍຫຼັງໄດ້ຮັບແຈ້ງແລ້ວ,ກອງບັນຊາການໄດ້ອອກຄຳສັ່ງຊ່ວຍກູ້ໄພໃນທັນທີ ໂດຍການສົ່ງເຮືອລາດຕະເວນຝ່າຍຈີນທີ່ຢູ່ໃກ້ກັບບ່ອນເກີດເຫດໄປຊ່ວຍກູ້ໄພ. ພາຍຫຼັງ20ນາທີ ໄປຮອດເຂດນ້ຳທີ່ເກີດ ເຫດ,ໄດ້ດຳເນີນການສຳຫຼວດແລະປະເມີນຄວາມສ່ຽງຕໍ່ສະພາບການຕຳກ້ອນຫີນ. ຈາກນັ້ນ,ໄດ້ ສົ່ງເຈົ້າໜ້າທີ່ປະຕິບັດກົດໝາຍຂອງຈີນແລະລາວລວມ11ຄົນປະກອບເປັນໜ່ວຍງານກູ້ໄພດ່ວນແລະຂີ່ເຮືອປະຕິບັດກົດໝາຍຂອງເຂດທະຫານແຂວງຫຼວງນ້ຳທາປະເທດລາວໄປເຂົ້າຮ່ວມການຊ່ວຍກູ້ໄພຢູ່ສະຖານທີ່ເກີດເຫດ.


ໂດຍຜ່ານການຊ່ວຍກູ້ໄພເປັນເວລາ1ຊົ່ວໂມງຢ່າງເຄັ່ງຮ້ອນ,ເຮືອການຄ້າຂອງລາວໄດ້ພົ້ນຈາກຄວາມອັນຕະລາຍຢ່າງສຳເລັດຜົນ, ລູກເຮືອ8ຄົນບໍ່ມີຄວາມເສຍຊີວິດແລະບາດເຈັບ,ຄວາມເສຍຫາຍດ້ານເຮືອແລະສິນຄ້າລ້ວນແຕ່ໄດ້ຮັບການຄວບຄຸມຢ່າງມີປະສິດທິຜົນ.