ກອງປະຊຸມເວທີເປິກສາຫາລືລະດັບສູງກ່ຽວກັບການພັດທະນາຂອງຈີນ2023ຈັດຂຶ້ນໃນວັນທີ25ມີນານີ້

2023-03-25 16:40:34 cri

ລະຫວ່າງວັນທີ25-27ມີນານີ້, ກອງປະຊຸມເວທີເປິກສາຫາລືລະດັບສູງກ່ຽວກັບການພັດທະນາຂອງຈີນ2023ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ. ຜູ້ຮັບຜິດຊອບຈາກອົງການຈັດຕັ້ງເສດຖະກິດສາກົນແລະວິສາຫະກິດເຂັ້ມແຂງ500ແຫ່ງໃນໂລກ ພ້ອມກັບນັກວິຊາການທີ່ມີຊື່ສຽງໃນສາກົນຫຼາຍທ່ານຈະເຕົ້າໂຮມກັນຢູ່ທີ່ນີ້.


ຕາມການແນະນຳໃຫ້ຮູ້ວ່າ:ເວທີເປິກສາຫາລືຄັ້ງນີ້ມີຫົວຂໍ້“ການຟື້ນຟູເສດຖະກິດຄືນ:ໂອກາດແລະການຮ່ວມມື”,ຜູ້ເຂົ້າຮ່ວມເວທີເປິກສາຫາລືຈະແລກປ່ຽນຄວາມຄິດຄວາມເຫັນແລະເຕົ້າໂຮມຄວາມຮັບຮູ້ທີ່ເປັນເອກະພາບກັນໂດຍປີ່ນອ້ອມຫົວຂໍ້ດັ່ງກ່າວນີ້,ເພື່ອເສີມຂະຫຍາຍບົດບາດທີ່ຕັ້ງໜ້າຕໍ່ການຊຸກຍູ້ການຟື້ນຟູເສດຖະກິດທົ່ວໂລກ.ນີ້ແມ່ນເວທີເປິກສາຫາລືຟື້ນຟູການຈັດຂຶ້ນທາງອອຟລາຍເທື່ອທຳອິດຫຼັງຈາກພະຍາດໂຄວິດ-19ແຜ່ລະບາດເປັນຕົ້ນມາ.


ທ່ານຟ່າງຈີ້ນ ຮອງຜູ້ອຳນວຍການ ທັງເປັນເລຂາທິການຂອງກອງທຶນຄົ້ນຄວ້າການພັດທະນາຂອງຈີນໄດ້ກ່າວວ່າ: ຈຸດພິເສດທີ່ໃຫຍ່ກວ່າໝູ່ຂອງເວທີເປິກສາຫາລືຄັ້ງນີ້ແມ່ນມີຂະໜາດນ້ອຍແຕ່ມີລະດັບສູງ,ບຸກຄົນຜູ້ມີກຽດຈາກວົງການວິສາຫະກິດສາກົນເຂົ້າຮ່ວມຢ່າງຕັ້ງໜ້າ,ໄດ້ແລກປ່ຽນແລະຄົ້ນຄວ້າເປິກສາຫາລືກັນກ່ຽວກັບບັນຫາສຳຄັນຕ່າງໆໃນການພັດທະນາຂອງຈີນ ກໍຄືຂອງໂລກ.