ທ່ານຮຸນແຊນກ່າວວ່າ:ການພັດທະນາຂອງຈີນເຮັດໃຫ້ກຳປູເຈຍໄດ້ຮັບຜົນປະໂຫຍດ

2023-03-25 12:14:24 CRI


    ຫວ່າງມໍ່ໆມານີ້, ທ່ານຮຸນແຊນ ນາຍົກລັດຖະມົນຕີກຳປູເຈຍໄດ້ກ່າວຢ່າງເປີດເຜີຍວ່າ: ການພັດທະນາຂອງຈີນເຮັດໃຫ້ກຳປູເຈຍ ຈົນເຖິງທົ່ວອາຊຽນໄດ້ຮັບຜົນປະໂຫຍດ, ບໍ່ມີໃຜສາມາດບັ່ນທອນ ຫຼື ສະກັດກັ້ນການພັດທະນາ
ຂອງຈີນ ທ່ານກ່າວເນັ້ນວ່າ, ການເພີ່ມທະວີການຮ່ວມມືຈິ່ງສາມາດບັນລຸໃຫ້ຕ່າງຝ່າຍຕ່າງມີຜົນປະໂຫຍດໄດ້, ກຳປູເຈຍຈະບໍ່ຮ່ວມກຸ່ມກັບປະເທດໃດໆ ເພື່ອສະກັດກັ້ນອີກປະເທດໜຶ່ງ.


    ໂດຍແນໃສ່ການສະແດງທ່າທີທີ່ກ່ຽວຂ້ອງຂອງທ່ານນາຍົກລັດຖະມົນຕີຮຸນແຊນ, ທ່ານນາງເມົານີງ ໂຄສົກກະຊວງການຕ່າງປະເທດຈີນກ່າວໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 24 ມີນານີ້ວ່າ: ສິ່ງນີ້ໄດ້ສ່ອງແສງໃຫ້ເຫັນຢ່າງເຕັມທີ່ວ່າປະເທດຕ່າງໆໃນພາກພື້ນຢາກມີສັນຕິພາບ ບໍ່ຢາກມີການປະທະກັນ, ຢາກມີການຮ່ວມມື ບໍ່ຢາກມີການເປັນປໍລະປັກກັນ ແລະ ຄັດຄ້ານການເປັນເຈົ້າອຳນາດ ແລະ ການຂົ່ມເຫັງ. ສິ່ງນີ້ທັງສະແດງໃຫ້ເຫັນຢ່າງເຕັມທີ່ວ່າ, ການສ້າງກຸ່ມກ້ອນໃນພາກພື້ນ ແລະ ການບັງຄັບຕັດການຕິດຕໍ່ພົວພັນ  ນັ້ນແມ່ນຂັດກັບຄວາມມຸ່ງມາດປາຖະໜາຂອງຄົນທັງຫຼາຍ.

 

    ທ່ານນາງເມົານີງກ່າວຕື່ມວ່າ: ຫຼັງຈາກ “ສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ” ຫຼື RCEP ເລີ່ມມີຜົນບັງຄັບໃຊ້ໃນປີກາຍນີ້ ໄດ້ຊຸກຍູ້ຍອດມູນຄ່າການຄ້າລະຫວ່າງຈີນ ກັບ ອາຊຽນເພີ່ມຂຶ້ນ 15%. ໂດຍສະເພາະແມ່ນຍອດມູນຄ່າຜະລິດຕະພັນກະສິກຳທີ່ສົ່ງອອກໄປຈີນທີ່ບັນດາປະເທດອາຊຽນສົນໃຈທີ່ສຸດນັ້ນໄດ້ເພີ່ມຂຶ້ນ 21,3%, ລຳໃຍຂອງກຳປູເຈຍ, ທຸລຽນຂອງຫວຽດນາມ, ໝາກໜອດຂອງລາວ ແລະ ຜະລິດຕະພັນກະສິກຳອື່ນໆພາກັນເຂົ້າສູ່ຕະຫຼາດຈີນ. ຈີນລິເລີ່ມ ແລະ ຊຸກຍູ້ເສດຖະກິດໂລກແບບເປີດປະຕູສູ່ພາຍນອກມາໂດຍຕະຫຼອດ, ຈະເລັ່ງລັດການເປີດປະຕູສູ່ພາຍນອກທີ່ມີລະດັບສູງ, ຊຸກຍູ້ການພັດທະນາທີ່ມີຄຸນນະພາບສູງ, ສະໜອງກຳລັງຍືນຍົງເພື່ອຊຸກຍູ້ໃຫ້ເສດຖະກິດໂລກ ເຊິ່ງລວມທັງປະເທດໃກ້ຄຽງຕ່າງໆໃຫ້ຟື້ນຟູ ແລະ ເຕີບໂຕ.