ເຈົ້າໜ້າທີ່ອັງກິດກ່າວວ່າຈະສະໜອງລູກລະເບີດຢູເລນຽມອ່ອນໃຫ້ແກ່ອູແກຣນ

2023-03-25 12:05:24 CRI

    ວັນທີ 21 ມີນານີ້, ເຈົ້າໜ້າທີ່ກະຊວງປ້ອງກັນປະເທດອັງກິດກ່າວວ່າ, ໃນລູກລະເບີດສຳລັບຕໍ່ລົດຕັງສູ້ຮົບ “ຜູ້້ທ້າທາຍ 2” ທີ່ອັງກິດສະໜອງໃຫ້ແກ່ອູແກຣນນັ້ນລວມທັງລູກລະເບີດຢູເລນຽມອ່ອນ.


 

    ພາຍຫຼັງຂ່າວນີ້ຖືກເຜີຍແຜ່ອອກມາກໍ່ຖືຝ່າຍຣັດເຊຍກ່າວປະນາມໃນທັນທີ.ວັນທີ 24 ມີນານີ້, ທ່ານດີມີຕຣີ ເມັດເວເດັຟ ຮອງປະທານສະພາຄວາມໝັ້ນຄົງຣັດເຊຍ ພ້ອມດ້ວຍເຈົ້າໜ້າທີ່ກະຊວງປ້ອງກັນປະເທດຣັດເຊຍລ້ວນແຕ່ກ່າວວ່າ, ການນຳໃຊ້ລູກລະເບີດຢູເລນຽມອ່ອນຈະສ້າງຜົນຮ້າຍຢ້ອຍຫຼັງທີ່ໜັກໜ່ວງທີ່ສຸດ.