ຈີນກັບຟິລິບປິນຈັດກອງປະຊຸມກົນໄກຫາລືສອງຝ່າຍກ່ຽວກັບບັນຫາທະເລຈີນໃຕ້ຄັ້ງທີ 7

2023-03-25 14:08:57 CRI

    ວັນທີ 24 ມີນານີ້, ທ່ານຊຸ່ນເວີ້ຍຕົ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຈີນ ກັບ ທ່ານນາງເຕຣຊາ ລາຊາໂຣ ຮອງລັດຖະມົນຕີກະຊວງການຕ່າງປະເທດຟິລິບປິນໄດ້ຮ່ວມກັນຈັດກອງປະຊຸມກົນໄກຫາລືສອງຝ່າຍກ່ຽວກັບບັນຫາທະເລຈີນໃຕ້ ຫຼື BCM ລະຫວ່າງຈີນ ກັບ ຟິລິບປິນຄັ້ງທີ 7. ກອງປະຊຸມເທື່ອນີ້ແມ່ນການຫາລື BCM ແບບເຊິ່ງໜ້າເປັນເທື່ອທຳອິດລະຫວ່າງຈີນ ກັບ ຟິລິບປິນນັບແຕ່ເກີດການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ.


    ສອງຝ່າຍໄດ້ຕັ້ງໜ້າຕີລາຄາຕໍ່ການຂະຫຍາຍການພົວພັນຈີນ-ຟິລິບປິນ, ກ່າວເນັ້ນວ່າ ຄວນເລັ່ງລັດຈັດຕັ້ງປະຕິບັດຄວາມຮັບຮູ້ຄືກັນອັນສຳຄັນກ່ຽວກັບບັນຫາທາງທະເລຂອງປະມຸກລັດສອງປະເທດ. ສອງຝ່າຍໄດ້ແລກປ່ຽນຄວາມຄິດຄວາມເຫັນຢ່າງຈິງໃຈ ແລະ ເລິກເຊິ່ງຕໍ່ສະພາບການຢູ່ທະເລຈີນໃຕ້ ແລະ ບັນຫາທາງທະເລທີ່ສອງຝ່າຍສົນໃຈນຳກັນ,ເຫັນດີຮັກສາຄວາມອົດກັ້ນ, ເພີ່ມທະວີການແລກປ່ຽນ ແລະ ການຕິດຕໍ່ກັນທາງທະເລລະຫວ່າງພາກສ່ວນຕ່າງໆ ແລະ ລະດັບຕ່າງໆ, ຄຸ້ມຄອງຂໍ້ຂັດແຍ້ງກັນຢ່າງເໝາະສົມໂດຍຜ່ານການຫາລືທີ່ມີໄມຕີຈິດ, ແກ້ໄຂສະພາບສຸກເສີນເທິງທະເລເປັນຢ່າງດີ.



    ສອງຝ່າຍເປັນເອກະສັນກັນເຫັນວ່າ ຈະເສີມຂະຫຍາຍບົດບາດຂອງກົນໄກ BCM ຕື່ມອີກ, ສືບຕໍ່ຊຸກຍູ້ການຮ່ວມມືແບບຕິດແທດຕົວຈິງກ່ຽວກັບວຽກງານທາງທະເລໃນຂົງເຂດຕ່າງໆ ເຊັ່ນ: ການຕ່າງປະເທດ, ການປ້ອງກັນ, ຕຳຫຼວດທາງທະເລ, ນ້ຳມັນແລະອາຍແກັສ, ການຫາປາ, ວຽກງານເທິງທະເລ, ການກອບກູ້ທາງທະເລ ພ້ອມທັງການຄົ້ນຄວ້າວິທະຍາສາດ ແລະ ອະນຸລັກສິ່ງແວດລ້ອມທາງທະເລເປັນຕົ້ນ.

 

    ສອງຝ່າຍກ່າວເນັ້ນວ່າ ຈະຈັດຕັ້ງປະຕິບັດ “ຖະແຫຼງການແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຈີນໃຕ້” ຢ່າງຮອບດ້ານ ແລະ ມີຜົນສັກສິດ, ເລັ່ງລັດຊຸກຍູ້ຂະບວນການຫາລື “ກົດແຫ່ງການປະພຶດຢູ່ທະເລຈີນໃຕ້”, ພ້ອມກັນສຸມໃສ່ຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ທະເລຈີນໃຕ້.