ລາຍການໂທລະພາບ“ຮ່ວມກັນຊົມໃຊ້ຄວາມຈະເລີນຮຸ່ງເຮືອງ”ທີ່ຈັດໂດຍCGTNແລະສື່ມວນຊົນຕົ້ນຕໍຂອງ5ປະເທດຢູ່ໃນເຂດອາຟຣີກາເລີ່ມອອກອາກາດຢ່າງເປັນທາງການ

2023-03-25 16:38:33 cri

ວັນທີ23ມີນານີ້,ລາຍການໂທລະພາບ“ຮ່ວມກັນຊົມໃຊ້ຄວາມຈະເລີນຮຸ່ງເຮືອງ”ທີ່ຈັດໂດຍ CGTN ຂອງວິທະຍຸໂທລະພາບສູນກາງຈີນ ພ້ອມກັບສື່ມວນຊົນຕົ້ນຕໍຂອງ5ປະເທດຢູ່ໃນເຂດອາຟຣີກາ ເຊັ່ນ: ໂທລະພາບແຫ່ງຊາດສ.ມໍຣີທິຢູສ, ໂທລະພາບແຫ່ງຊາດຣູວັນດາ, ໂທລະພາບແຫ່ງຊາດກາບອນ, ໂທລະພາບMATVຂອງມາດາກາສ ແລະໂທລະພາບອ່າວທະເລເບີນີນໄດ້ເລີ່ມອອກອາກາດຢ່າງເປັນທາງການ.


ລາຍການດັ່ງກ່າວນີ້ໝູນອ້ອມຫົວຂໍ້ຕ່າງໆເຊັ່ນ: ການປະດິດສ້າງດ້ວຍວິທະຍາສາດເຕັກໂນໂລຊີ,ການພັດທະນາແບບສີຂຽວ,ການສ້າງຊົນນະບົດໃຫ້ຈະເລີນຮຸ່ງເຮືອງ ແລະການຮ່ວມມືກັນລະຫວ່າງຈີນກັບອາຟຣີກາເປັນຕົ້ນ, ເຊິ່ງໄດ້ບັນຍາຍເນື້ອໃນຂອງຄວາມທັນສະໄໝແບບຈີນແລະແນວຄວາມຄຶດປະຊາຄົມຮ່ວມຊາດຕາກຳຈີນ-ອາຟຮີກາ ແລະຊົມໃຊ້ບົດຮຽນຂອງຈີນຕໍ່ຜູ້ຊົມອາຟຣີກາ.