ສື່ມວນຊົນອາເມຣິກາລາຍງານວ່າ: ພາຍຸໄຊໂຄຼນໄດ້ເຮັດໃຫ້ຢູ່ສອງລັດຂອງອາເມຣິກາມີ 26 ຄົນເສຍຊີວິດ

2023-03-26 13:45:18 cri

ວັນທີ 25 ມີນານີ້ຕາມເວລາທ້ອງຖິ່ນ, ສຳນັກຂ່າວສານ AP ຂອງອາເມຣິກາລາຍງານວ່າ: ຕອນບ່າຍມື້ດັ່ງກ່າວ, ພາຍຸໄຊໂຄຼນໄດ້ເຮັດໃຫ້ລັດມິຊິຊິປີ ມີ 25 ຄົນສຍຊີວິດ ແລະລັດອາລາບາມາ ມີ 1 ຄົນເສຍຊີວິດ.

ຕອນຄ່ຳວັນທີ 24 ມີນານີ້, ລັດມິຊິຊິປີຂອງອາເມຣິກາໄດ້ປະສົບພາຍຸໄຊໂຄຼນ. ວັນທີ 25 ມີນານີ້, ອົງການອຸຕຸນິຍົມແຫ່ງຊາດອາເມຣິກາຢືນຢັນວ່າ: ພາຍຸໄຊໂຄຼນກຳລັງເຄື່ອນທີ່ໄປຕາມທິດຕາເວັນອອກສຽງເໜືອ ແລະລັດອາລາບາມາ, ຄວາມແຮງຂອງພາຍຸໄຊໂຄຼນບໍ່ໄດ້ຫຼຸດໜ້ອຍລົງ.