ອະດີດນາຍົກລັດຖະມົນດີໄທກ່າວວ່າ: ບັນດາປະເທດຄວນເກາະແຂນກັນສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ

2023-03-26 14:09:22 cri

 

    ເນື່ອງໃນໂອກາດແນວຄວາມຄິດ “ປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ” ຖືກສະເໜີອອກຄົບຮອບ 10 ປີ, ທ່ານອະພິສິດ ເວດຊາຊີວະ ອະດີດນາຍົກລັດຖະມົນຕີໄທໄດ້ໃຫ້ສຳພາດຕໍ່ນັກຂ່າວວິທະຍຸໂທລະພາບສູນກາງຈີນ ຫຼືCMG. ທ່ານກ່າວວ່າ: ແນວຄວາມຄິດ “ປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ” ໄດ້ບົ່ງບອກທິດທາງໃຫ້ແກ່ການປະຕິຮູບລະບົບບໍລິຫານທົ່ວໂລກ, ບັນດາປະເທດໃນໂລກຮ່ວມມືກັນແບບຕ່າງຝ່າຍຕ່າງມີຜົນປະໂຫຍດຈະສ້າງຄວາມຜາສຸກຫຼາຍກວ່າເກົ່າໃຫ້ແກ່ມວນມະນຸດ.

    ທ່ານອະພິສິດເຫັນດີເຫັນພ້ອມນຳແນວຄວາມຄິດ “ປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ”. ທ່ານກ່າວຕື່ມວ່າ: ຜົນປະໂຫຍດຂອງບັນດາປະເທດໃນໂລກໄດ້ກ່ຽວພັນເຊິ່ງກັນ ແລະກັນ, ຊາຕາກຳໄດ້ເຊື່ອມຕໍ່ກັນຢ່າງແໜ້ນແຟ້ນ. ລະບຽບການເມືອງ ແລະເສດຖະກິດໂລກໃນປັດຈຸບັນໄດ້ປ່ຽນແປງຢ່າງໄວວາ, ລະບົບບໍລິຫານທົ່ວໂລກທີ່ມີຢູ່ໃນປັດຈຸບັນຕ້ອງໄດ້ຮັບການປະຕິຮູບຢ່າງຮີບດ່ວນ. ແນວຄວາມຄິດ “ປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ” ທີ່ສະເໜີໂດຍ ທ່ານສີຈິ້ນຜິງ ປະທານປະເທດຈີນນັ້ນ ໄດ້ສົ່ງສັນຍານອັນຊັດເຈນໃຫ້ແກ່ປະຊາຄົມໂລກ,ຄື: ຕ້ອງປົກປັກຮັກສາ ແລະຈັດຕັ້ງປະຕິບັດລັດທິຫຼາຍຝ່າຍ, ບັນດາປະເທດໃນໂລກຄວນຮ່ວມມືກັນແບບຕ່າງຝ່າຍຕ່າງມີຜົນປະໂຫຍດ. ທ່ານອະພິສິດເຫັນວ່າ: ແນວຄວາມຄິດດັ່ງກ່າວໄດ້ບົ່ງບອກທິດທາງໃຫ້ແກ່ການປະຕິຮູບລະບົບບໍລິຫານທົ່ວໂລກ  ແລະສອດຄ່ອງກັບຜົນປະໂຫຍດຮ່ວມຂອງມວນມະນຸດ.

    ຊຸມປີມໍ່ໆມານີ້, ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ເຊື່ອມຕໍ່ກັບຍຸດທະສາດການພັດທະນາຂອງປະເທດໃນອາຊຽນ, ມີຜົນດີຕໍ່ການພັດທະນາເສດຖະກິດຂອງປະເທດໃນອາຊຽນ. ທ່ານອະພິສິດເຫັນວ່າຂໍ້ລິເລີ່ມດັ່ງກ່າວກໍຈະເພີ່ມພະລັງແຮງຂັບເຄື່ອນອັນໃໝ່ໃຫ້ແກ່ການພັດທະນາເສດຖະກິດໄທເຊັ່ນດຽວກັນ.