ທ່ານສີຈິ້ນຜິງສົ່ງສານຊົມເຊີຍເຖິງກອງປະຊຸມເວທີເປິກສາຫາລືຂັ້ນສູງກ່ຽວກັບການພັດທະນາຂອງຈີນ2023

2023-03-26 13:18:36 cri

ວັນທີ 26 ມີນານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນສົ່ງສານຊົມເຊີຍເຖິງກອງປະຊຸມເວທີເປິກສາຫາລືຂັ້ນສູງກ່ຽວກັບການພັດທະນາຂອງຈີນ2023.

ເນື້ອໃນບາງຕອນຂອງສານຊົມເຊີຍໄດ້ລະບຸວ່າ: ປັດຈຸບັນ, ສະພາບການປ່ຽນແປງຢ່າງໃຫຍ່ຫຼວງແບບບໍ່ເຄີຍມີມາກ່ອນໃນຮອບ100ປີຢູ່ໃນໂລກໄດ້ຜັນແປໄປຢ່າງໄວວາ, ການປະທະກັນແລະຄວາມປັ່ນປ່ວນໃນພາກພື້ນໄດ້ເກີດຂຶ້ນຢູ່ເລື້ອຍໆ, ການຟື້ນຕົວຄືນຂອງເສດຖະກິດໂລກຂາດແຮງຂັບເຄື່ອນທີ່ພຽງພໍ.ການຊຸກຍູ້ການຟື້ນຕົວແມ່ນຕ້ອງການຄວາມຮັບຮູ້ທີ່ເປັນເອກະພາບກັນແລະການຮ່ວມມືກັນ. ຈີນສະເໜີຂໍ້ລິເລີ່ມການພັດທະນາໂລກ ເຊິ່ງໄດ້ຮັບການສະໜັບສະໜູນຢ່າງກວ້າງຂວາງແລະການຕອບຮັບຢ່າງຕັ້ງໜ້າຈາກປະຊາຄົມໂລກ. ຈີນຈະຍຶດໝັ້ນນະໂຍບາຍພື້ນຖານແຫ່ງຊາດທີ່ເປີດປະຕູສູ່ພາຍນອກ, ເດັດດ່ຽວປະຕິບັດຍຸດທະ ສາດເປີດປະຕູສູ່ພາຍນອກແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ຈີນຈະສະໜອງໂອກາດໃໝ່ໃຫ້ກັບໂລກດ້ວຍການພັດທະນາໃໝ່ຂອງຈີນຢ່າງບໍ່ຢຸດຢັ້ງ, ຈີນຈະເປີດກວ້າງການເປີດປະຕູແບບລະບຽບການເຊັ່ນ ກົດຂໍ້ກຳນົດ, ລະບຽບການ, ການຄຸ້ມຄອງ, ມາດຕະຖານເປັນຕົ້ນຢ່າງໜັກແໜ້ນ, ຊຸກຍູ້ໃຫ້ບັນດາປະເທດແລະບັນດາຝ່າຍຮ່ວມກັນຊົມໃຊ້ໂອກາດຈາກການເປີດປະຕູແບບລະບຽບການ.

ວັນທີ 26 ມີນານີ້,ກອງປະຊຸມເວທີເປິກສາຫາລືຂັ້ນສູງກ່ຽວກັບການພັດທະນາຂອງຈີນ2023ໄດ້ໄຂຂຶ້ນຢູ່ນະຄອນຫຼວງປັກກິ່ງປະເທດຈີນ ພາຍໃຕ້ຫົວຂໍ້ “ການຟື້ນຟູເສດຖະກິດ:ໂອກາດກັບການຮ່ວມມື” ໂດຍແມ່ນສູນຄົ້ນຄວ້າການພັດທະນາຂອງລັດຖະບານຈີນເປັນເຈົ້າພາບຈັດຂຶ້ນ.