ປີ້ເຂົ້າຊົມງານວາງສະແດງເຄື່ອງບໍລິໂລກສາກົນຈີນຄັ້ງທີ 3 ໃນວັນເປີດປະຕູສູ່ມວນຊົນ ຈະເລີ່ມຈຳໜ່າຍໃນວັນທີ 1 ເມສາໜ້ານີ້

2023-03-26 16:13:51 cri


ງານວາງສະແດງເຄື່ອງບໍລິໂພກສາກົນຈີນຄັ້ງທີ 3 ຈະຈັດຂຶ້ນຢູ່ນະຄອນໄຫໂຂ ແຂວງໄຫຫຼຳຈີນ ໃນວັນທີ 11 ຫາ 15 ເມສາໜ້ານີ້, ໃນນັ້ນ, ວັນທີ 14 ແລະ 15 ເມສາແມ່ນວັນເປີດປະຕູສູ່ມວນຊົນ, ຈະຈຳໜ່າຍປີ້ເຂົ້າຊົມ 1 ແສນໃບສູ່ສັງຄົມ.


ປີ້ເຂົ້າຊົມງານໃນວັນເປີດປະຕູສູ່ມວນຊົນ ຈະຈຳໜ່າຍແຕ່ວັນທີ 1 ຫາ 14 ເມສາໜ້ານີ້, ຖ້າໝົດແລ້ວກໍ່ຈະຢຸດເຊົາການຈຳໜ່າຍ. ລາຄາປີ້ເຂົ້າຊົມໃນວັນເປີດປະຕູສູ່ມວນຊົນແມ່ນເທົ່າກັບງານຄັ້ງຜ່ານມາ, ເຊິ່ງແມ່ນໃບລະ 20 ຢວນ.


ຕາມຂ່າວແຈ້ງວ່າ, ງານວາງສະແດງເຄື່ອງບໍລິໂພກສາກົນຈີນຄັ້ງນີ້ມີຂະໜາດໃຫຍ່ກວ່າເກົ່າ, ເນື້ອທີ່ການວາງສະແດງມີເຖິງ 1 ແສນ 2 ໝື່ນຕາແມັດ, ຈະມີສິນຄ້າຍີ່ຫໍ້ຊື່ດັງທີ່ສຸດຂອງຂະແໜງການຕ່າງໆໃນຂອບເຂດທົ່ວໂລກມາເຂົ້າຮ່ວມງານວາງສະແດງຄັ້ງນີ້. ໃນໄລຍະຈັດງານວາງສະແດງເຄື່ອງບໍລິໂພກສາກົນຈີນ, ນອກຈາກຈະສືບຕໍ່ຈັດ “ເວທີເປິກສາຫາລືການບໍລິໂພກທົ່ວໂລກ” ແລ້ວ, ຍັງຈະຈັດງານນຳສະເໜີສິນຄ້າ, ງານພົບປະຈັບຄູ່ສຳລັບນັກທຸລະກິດ, ງານພົບປະທຸລະກິດ, ງານສຳມະນາແລະກິດຈະກຳອື່ນໆ.