ກຳມະບານຫຼາຍແຫ່ງຂອງເຢຍລະມັນຈັດງານໂຮມຊຸມນຸມປະທ້ວງຢູ່ນະຄອນຫຼວງແບັກແລັງ ເພື່ອຮຽກຮ້ອງໃຫ້ເພີ່ມເງິນເດືອນແລະຫຼຸດຜ່ອນຄ່າເຊົ່າເຮືອນ

2023-03-26 15:16:09 cri


ວັນທີ 25 ມີນານີ້, ກຳມະບານຂະແໜງການບໍລິການ, ກຳມະບານທາງລົດໄຟແລະການຂົນສົ່ງ, ພ້ອມດ້ວຍສະມາຄົມຜູ້ເຊົ່າເຮືອນນະຄອນຫຼວງແບັກແລັງປະເທດເຢຍລະມັນ ໄດ້ຈັດງານໂຮມຊຸມນຸມປະທ້ວງຂະໜາດໃຫຍ່ຢູ່ນະຄອນຫຼວງແບັກແລັງ, ໂດຍຮຽກຮ້ອງໃຫ້ເພີ່ມເງິນເດືອນໃຫ້ສູງຂຶ້ນທຽບເທົ່າກັບລະດັບເງິນເຟີ້ທີ່ສູງຂຶ້ນ, ເພື່ອໃຫ້ກຸ້ມກິນ.


ມື້ດຽວກັນ, ພະນັກງານປະມານ 5000 ຄົນທີ່ມາຈາກພາກສ່ວນຕ່າງໆ ເຊັ່ນ: ໂຮງໝໍ, ທາງລົດໄຟ, ນ້ຳປະປາແລະອື່ນໆ ໄດ້ໂຮມຊຸມນຸມຢູ່ຕໍ່ໜ້າປະຕູແບຣນເດເບິກຂອງນະຄອນຫຼວງແບັກແລັງ, ພາກັນຈັບປ້າຍຄຳຂວັນຕ່າງໆ, ເຊັ່ນ: “ເພີ່ມເງິນເດືອນໃຫ້ສູງຂຶ້ນ, ຫຼຸດຄ່າເຊົ່າເຮືອນໃຫ້ຕ່ຳລົງ”, “ອຸດໜູນໄພເງິນເຟີ້”, “ຢຸດງານເພື່ອເງິນເດືອນທີ່ສູງກວ່າ” ແລະອື່ນໆ, ເພື່ອສະແດງຄວາມບໍ່ພໍໃຈຕໍ່ນາຍຈ້າງ, ປະທ້ວງຕໍ່ຄວາມບໍ່ດຸນດ່ຽງກັນລະຫວ່າງຈຳນວນເງິນເດືອນກັບການອອກແຮງງານ.