ຜະລິດຕະພັນວາງສະແດງງວດທຳອິດຂອງງານຕະຫຼາດນັດສິນຄ້ານຳເຂົ້າ-ສົ່ງອອກຈີນຄັ້ງທີ 133 ເຂົ້າສູ່ເມືອງຈີນ

2023-03-27 11:19:48 cri

    ດ່ານພາສີກວາງໂຈ່ວຈີນເປີດເຜີຍໃຫ້ຮູ້ວ່າ: ວັນທີ 26 ມີນານີ້, ຜະລິດຕະພັນວາງສະແດງງວດທຳອິດຂອງງານຕະຫຼາດນັດສິນຄ້ານຳເຂົ້າ-ສົ່ງອອກຈີນຄັ້ງທີ 133 ໄດ້ຜ່ານດ່ານພາສີກວາງໂຈ່ວ ແລ້ວ ເຂົ້າສູ່ປະເທດຈີນ. ງານຕະຫຼາດນັດສິນຄ້ານຳເຂົ້າ-ສົ່ງອອກຈີນຄັ້ງນີ້ຈະຈັດຂຶ້ນລະຫວ່າງວັນທີ 15 ເມສາຫາ 5 ພຶດສະພາປີນີ້ຢູ່ນະຄອນກວາງໂຈ່ວ. ວິສາຫະກິດຈາກປະມານ 40 ປະເທດ ແລະ ເຂດແຄວ້ນຈະເຂົ້າຮ່ວມງານວາງສະແດງເທື່ອນີ້, ສິນຄ້າທີ່ເຂົ້າຮ່ວມງານວາງສະແດງຈະບັນລຸເຖິງ 3 ລ້ານ 5 ໝື່ນອັນ.