ສູນຖະແຫຼງຂ່າວຂອງເວທີເປິກສາຫາລືອາຊີໂປອາວເປີດນຳໃຊ້ຢ່າງເປັນທາງການ

2023-03-27 14:24:11 cri

ກອງປະຊຸມປະຈຳປີ 2023 ຂອງເວທີເປິກສາຫາລືອາຊີໂປອາວຈະຈັດຂຶ້ນຢູ່ແຂວງໄຫຫຼຳຈີນລະຫວ່າງວັນທີ 28 ຫາ 31 ມີນານີ້ໂດຍຜ່ານທາງອອຟລາຍ. ວັນທີ 27 ມີນານີ້, ສູນຖະແຫຼງຂ່າວຂອງເວທີໄດ້ເປິກສາຫາລືອາຊີໂປອາວເປີດນຳໃຊ້ຢ່າງເປັນທາງການ. ນັບມາຮອດປັດຈຸບັນ, ນັກຂ່າວທີ່ລົງທະບຽນຢູ່ສູນຖະແຫຼງຂ່າວມີຫຼາຍກວ່າ 1 ພັນຄົນແລ້ວ.

ເນື້ອທີ່ກໍ່ສ້າງຂອງສູນຖະແຫຼງຂ່າວມີຫຼາຍກວ່າ 4.000 ຕາແມັດ, ໄດ້ແບ່ງເປັນຫຼາຍເຂດເຊັ່ນ: ເຂດເຮັດວຽກຂອງສື່ສິ່ງພິມ ແລະ ສື່ອິນເຕີເນັດ, ເຂດວິທະຍຸໂທລະພາບ, ຫ້ອງຖະແຫຼງຂ່າວ, ຫ້ອງສຳພາດຂ່າວ ແລະເຂດອື່ນໆ.

ໃນກອງປະຊຸມປະຈຳປີ 2023 ຂອງເວທີເປິກສາຫາລືອາຊີໂປອາວທີ່ຈະດຳເນີນເປັນເວລາ 4 ວັນ, ຈະຈັດເວທີເປິກສາຫາລືຍ່ອຍ 40 ກວ່າເທື່ອ, ນັກຂ່າວຂອງປະເທດຕ່າງໆຈະລາຍງານຂ່າວ ຈາກໂປອາວຕໍ່ທົ່ວໂລກຢູ່ສູນຖະແຫຼງຂ່າວດັ່ງກ່າວ.