ການຟື້ນຟູຂອງເສດຖະກິດຈີນຈະປະກອບສ່ວນເຂົ້າໃນການເຕີບໂຕຂອງເສດຖະກິດໂລກ

2023-03-27 11:34:24 CRI

ໃນກອງປະຊຸມປະຈຳປີ 2023 ຂອງເວທີເປິກສາຫາລືຂັ້ນສູງວ່າດ້ວຍການພັດທະນາຂອງຈີນ ທີ່ຈັດຂຶ້ນໃນວັນທີ 26 ມີນານີ້, ຜູ້ຮັບຜິດຊອບອົງການກອງທຶນເງິນຕາສາກົນ ຫຼື IMF ກ່າວວ່າ: ເຖິງວ່າເສດຖະກິດ-ສັງຄົມໃນສາກົນປະສົບກັບສິ່ງທ້າທາຍຕ່າງໆນານາກໍຕາມ, ແຕ່ວ່າການຟື້ນຟູຢ່າງແຂງແຮງຂອງເສດຖະກິດຈີນຈະເປັນການປະກອບສ່ວນເພື່ອການເຕີບໂຕຂອງເສດຖະກິດໂລກ.

ທ່ານນາງກຣີສະຕາລີນາ ເກອໍກີວາ ຜູ້ອຳນວຍການໃຫຍ່ອົງການກອງທຶນເງິນຕາສາກົນ ກ່າວວ່າ: ປີນີ້ຍັງຄົງຈະເຕັມໄປດ້ວຍຄວາມທ້າທາຍ, ຈັງຫວະການເຕີບໂຕຂອງເສດຖະກິດໂລກອາດຈະຕ່ຳກວ່າ 3% ແລະປີ 2024 ອາດຈະຕ່ຳກວ່າ 3,8% ເຊິ່ງເປັນລະດັບການເຕີບໂຕໃນຮອບ 10 ປີຜ່ານມາ.

ທ່ານນາງກຣີສະຕາລີນາ ເກອໍກີວາ ກ່າວຕື່ມວ່າ: ເສດຖະກິດຈີນພວມຟື້ນຟູຢ່າງແຂງແຮງ, ຂະນະທີ່ເສດຖະກິດໂລກຊ້ຳພັດຍັງຢູ່ໃນສະພາບຄວາມຕົກຕ່ຳ, ໃນເດືອນມັງກອນປີນີ້, IMF ໄດ້ຄາດຄະເນຈັງຫວະການເຕີບໂຕຂອງເສດຖະກິດຈີນຢູ່ໃນລະດັບ 5,2%, ສູງກວ່າຈັງຫວະການເຕີບໂຕຂອງປີຜ່ານມາ 0,2% ເຊິ່ງຕົ້ນຕໍຍ້ອນວ່າການບໍລິໂພກຂອງຈີນ ພວມຟື້ນຟູຂຶ້ນ ແລະ ການເຄື່ອນໄຫວດ້ານເສດຖະກິດກໍພວມຟື້ນຟູຂຶ້ນເຊັ່ນດຽວກັນ.