ນໍາໃຊ້ເຕັກນິກທັນສະໄໝເພື່ອເສີມຂະຫຍາຍຮູບແບບອຸດສາຫະກໍາໃໝ່ແຫ່ງການພັດທະນາຊົນນະບົດໃຫ້ຈະເລີນ

2023-03-27 15:17:07 CRI

 

   “ສະບາຍດີທ່ານຜູ້ຊົມ, ມາເບິ່ງໝາກເລັ່ນທີ່ຫາກໍເກັບມາໃໝ່, ມີລົດຊາດສົ້ມຫວານ, ມີໂພຊະນາການອັນອຸດົມສົມບູນ, ຖ້າສັ່ງດຽວນີ້, ຕອນແລງຈະສົ່ງເຄື່ອງໃຫ້ໄດ້ເລີຍ...” ທາງພີ້ແມ່ນໂຄສົກຈັບໂທລະສັບມືຖືໄລສົດນໍາສະເໜີສິນຄ້າ, ສ່ວນທາງພຸ້ນຂອງໂທລະສັບມືຖືແມ່ນຜູ້ຊົມພາກັນກົດໄລແລະສັ່ງຊື້ສິນຄ້າ.



   ເຂດຊົນນະບົດຂອງເມືອງຖຽງຕຸ່ງ ເຂດປົກຄອງຕົນເອງເຜົ່າຈວ້າງກວາງຊີ ສປ ຈີນ ສ່ວນຫຼາຍແມ່ນຢູ່ເຂດພູດອຍຫ່າງໄກສອກຫຼີກ, ໃນເມື່ອກ່ອນ, ຜະລິດຕະພັນກະສິກໍາທີ່ມີເອກະລັກຂອງເມືອງແຫ່ງນີ້ໄດ້ປະເຊີນກັບຄວາມຫຍຸ້ງຍາກໃນການຄ້າຂາຍກໍຄືບັນຫາລາຄາຖືກ. ທ່ານ ຫວງເຈເໜີງ ຜູ້ຮັບຜິດຊອບບໍລິສັດການຄ້າເອເລັກໂຕຣນິກ ເຈີ້ນຕຸ່ງ ຈໍາກັດ ໃຫ້ຮູ້ວ່າ, ການນໍາເອົາໝາກໄມ້ຢູ່ເຂດພູດອຍໄປຂາຍຢູ່ຕະຫຼາດນັ້ນເປັນຄວາມປາດຖະໜາຂອງລາວມາໂດຍຕະຫຼອດ. ປັດຈຸບັນ, ໂດຍນໍາໃຊ້ຮູບແບບຂາຍເຄື່ອງຜ່ານການໄລສົດ, ເຮັດໃຫ້ການສົ່ງຜະລິດຕະພັນກະສິກໍາທີ່ມີເອກະລັກນັ້ນສະເລ່ຍບັນລຸເຖິງ 3.000 ອັນຕໍ່ມື້ໃນໄລຍະນີ້, ຄາດວ່າຍອດມູນຄ່າການຄ້າຕະຫຼອດປີຈະສາມາດບັນລຸເຖິງ 5.000.000 ກວ່າຢວນ.


   ການປ່ຽນແປງດັ່ງກ່າວນັ້ນແມ່ນໄດ້ເລີ່ມຈາກສາຍອິນເຕີເນັດສາຍໜຶ່ງ. ປັດຈຸບັນ, ຮູບແບບອຸດສາຫະກໍາໃໝ່ດ້ານກະສິກໍາເປັນຕົ້ນແມ່ນ ກະສິກໍາແບບເຊັນສັນຍາ, ການຄ້າເອເລັກໂຕຣນິກຂອງຊົນນະບົດ, ການໄລສົດແລະອື່ນໆພວມພັດທະນາແລະມີທ່າອ່ຽງຈະພັດທະນາຕໍ່ໄປ, ບໍລິສັດການຄ້າເອເລັກໂຕຣນິກປະເພດຕ່າງໆທີ່ກ່ຽວຂ້ອງກັບກະສິກໍານັ້ນແມ່ນມີຫຼາຍກວ່າ 30.000 ບໍລິສັດ. ປີ 2022 ຜ່ານມາ, ຍອດມູນຄ່າການຄ້າທາງອິນຕີເນັດຂອງຜະລິດຕະພັນກະສິກໍາໃນທົ່ວປະເທດຈີນບັນລຸເຖິງ 531,38 ຕື້ຢວນ, ເພີ່ມຂຶ້ນ 9,2% ເມື່ອທຽບໃສ່ໄລຍະດຽວກັນຂອງປິ 2021, ຂະນະທີ່ຈັງຫວະການເຕີບໂຕເພີ່ມຂຶ້ນ 6,4% ເມື່ອທຽບໃສ່ປິ 2021, ໂດຍໄດ້ສະໜອງພະລັງແຮງຂັບເຄື່ອນໃຫ້ແກ່ການສ້າງແລະເພີ່ມລາຍຮັບໃຫ້ຊາວກະສິກອນ, ກໍຄືນະວັດຕະກໍາດ້ານການພັດທະນາຊົນນະບົດຕື່ມອີກ.



   ເຕັກນິກໃໝ່ຊຸກຍູ້ຮູບແບບອຸດສາຫະກໍາໃໝ່, ອຸດສາຫະກໍາໃໝ່ເຮັດໃຫ້ເກີດການເຊຶື່ອມໂຍງກັນໃໝ່. ໃນຊຸມປີມໍ່ໆມານີ້, ຄຽງຄູ່ກັບອຸດສາຫະກໍາທາງດ້ານວັດທະນະທໍາ-ການທ່ອງທ່ຽວ, ການຮັກສາສຸຂະພາບແລະອື່ນໆເຊື່ອມໂຍງເຂົ້າກັບຂະແໜງການກະສິກໍາ, ເຮັດໃຫ້ຮູບແບບອຸດສາຫະກໍາໃໝ່ເປັນຕົ້ນແມ່ນຂະແໜງກະສິກໍາແບບຊົມໃຊ້ຮ່ວມກັນ, ກະສິກໍາແບບສໍາຜັດກັບກິດຈະກໍາຕົວຈິງ, ກະສິກໍາແບບຫົວຄິດປະດິດສ້າງແລະອື່ນໆໄດ້ປາກົດອອກມາຢ່າງຫຼວງຫຼາຍ.



   ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກຄອມມູນິດຈີນເປັນຕົ້ນມາ, ຣີສອດຊົນນະບົດແບບກິນນອນຢູ່ນຳເຮືອນຂອງຊາວຊົນນະບົດ, ສວນກະສິກໍາແບບທ່ຽວຊົມໃນທົ່ວປະເທດຈີນແມ່ນມີຫຼາຍກວ່າ 300.000 ກວ່າແຫ່ງ, ສາມາດສ້າງລາຍຮັບຈາກການດຳເນີນທຸລະກິດໄດ້ຫຼາຍກວ່າ 700 ຕື້ຢວນຕໍ່ປີ. ຄຽງຄູ່ກັບການເຊື່ອມໂຍງກັນລະຫວ່າງກະສິກໍາ, ວັດທະນະທໍາແລະການທ່ອງທ່ຽວ, ບວກກັບການສ້າງຂະແໜງການທ່ອງທ່ຽວແບບພັກຜ່ອນຢ່ອນໃຈຢູ່ຊົນນະບົດໃຫ້ດີ ກໍຄືການເສີມຂະຫຍາຍບົດບາດທີ່ຫຼາກຫຼາຍຂອງຂະແໜງການກະສິກໍາຢ່າງບໍ່ຢຸດຢັ້ງແລ້ວ, ຂະແໜງການທ່ອງທ່ຽວແບບພັກຜ່ອນຢ່ອນໃຈຢູ່ຊົນນະບົດພວມໄດ້ຮັບການພັດທະນາຢ່າງວ່ອງໄວບົນເສັ້ນທາງແຫ່ງການພັດທະນາດ້ວຍຄຸນນະພາບສູງ.