ກະຊວງການຕ່າງປະເທດຊີຣີກ່າວປະນາມອາເມຣິກາກໍລະນີທີ່ໂຈມຕີເຂດຈຳນວນໜຶ່ງຢູ່ພາກຕາເວັນອອກຂອງຊີຣີ

2023-03-27 14:52:42 cri

ວັນທີ 25 ມີນານີ້, ກະຊວງການຕ່າງປະເທດຊີຣີໄດ້ອອກຖະແຫຼງການ ໂດຍກ່າວປະນາມກອງທັບອາເມຣິກາທີ່ກໍ່ການໂຈມຕີເຂດຈຳນວນໜຶ່ງຢູ່ພາກຕາເວັນອອກຂອງຊີຣີ ພ້ອມທັງກ່າວເນັ້ນວ່າ: ຊີຣີສຸມກຳລັງເຂົ້າໃນການຍຸດຕິການຍຶດຄອງຂອງອາເມຣິກາ.

ຖະແຫຼງການລະບຸວ່າ: ຊີຣີກ່າວປະນາມກອງທັບອາເມຣິກາທີ່ປະຕິບັດການ ໂຈມຕີຢ່າງໂຫດຮ້າຍທີ່ສຸດຕໍ່ເຂດຈຳນວນໜຶ່ງຂອງແຂວງເດຍເອຊໍ ທາງພາກຕາເວັນອອກຂອງຊີຣີ. ການໂຈມຕີເທື່ອນີ້ໄດ້ເຮັດໃຫ້ມີຜູ້ເສຍຊີວິດ ແລະບາດເຈັບເປັນຈຳນວນຫຼາຍ ພ້ອມທັງເຮັດໃຫ້ອຸປະກອນຖືກທຳລາຍ. ຖະແຫຼງການຍັງໄດ້ລະບຸວ່າ: “ຄຳຫຼອກລວງ” ຂອງອາເມຣິກາກ່ຽວກັບສະຖານທີ່ທີ່ຖືກໂຈມຕີແມ່ນເພື່ອເຮັດໃຫ້ການກະທຳຮຸກຮານເທື່ອນີ້ຂອງຕົນກາຍເປັນການກະທຳທີ່ຖືກຕ້ອງເທົ່ານັ້ນ, ແມ່ນ “ການທົດລອງທີ່ຫຼົມແຫຼວ” ທີ່ລ່ວງລ້ຳອະທິປະໄຕ, ເອກະພາບ ແລະຜືນແຜ່ນດິນອັນຄົບຖ້ວນຂອງຊີຣີຢ່າງເປີດແປນ.

ຖະແຫຼງການລະບຸຕື່ມອີກວ່າ: ຊີຣີສຸມກຳລັງເຂົ້າໃນການຍຸດຕິການຍຶດຄອງຂອງອາເມຣິກາ, ປະຕິບັດສິດທິຂອງປະເທດຊີຣີໃນຜືນແຜ່ນດິນທັງໝົດຂອງຊີຣີ. ຊີຣີຮຽກຮ້ອງໃຫ້ບັນດາປະເທດຢູ່ໃນໂລກກ່າວປະນາມການຮຸກຮານຂອງອາເມຣິກາ ແລະສະໜັບສະໜູນຊີຣີປົກປ້ອງຄວາມເປັນເອກະພາບຂອງຜືນແຜ່ນດິນຕົນ.