ມາເລເຊຍຈະເປິກສາຫາລືກັບຈີນ ເພື່ອຮ່ວມມືກັນກໍ່ສ້າງທາງລົດໄຟຄວາມໄວສູງສິງກະໂປ-ກົວລາລຳເປີ

2023-03-27 16:35:59 CRI

ວັນທີ 26 ມີນານີ້, ທ່ານອັນໂຕນີ ລົກຊຽວຟຸກ ລັດຖະມົນຕີກະຊວງຄົມມະນາຄົມມາເລເຊຍກ່າວໃນລາຍການຖ່າຍທອດສົດຂອງໂທລະພາບ RTM ຂອງມາເລເຊຍວ່າ, ຕົນຈະເດີນທາງໄປຢ້ຽມຢາມ ສປ ຈີນພ້ອມກັບທ່ານອັນວາ ອິບຣາຮິມ ນາຍົກລັດຖະມົນຕີມາເລເຊຍ ແລະ ຈະເປິກສາຫລືກັບຈີນ ກ່ຽວກັບການເພີ່ມທະວີການຮ່ວມມືທີ່ມີຢູ່ໃນປັດຈຸບັນ ແລະ ການພັດທະນາໂຄງການໃໝ່.


ທ່ານອັນໂຕນີ ລົກຊຽວຟຸກກ່າວຕື່ມວ່າ, ຈີນມີປະສົບການທີ່ອຸດົມສົມບູນ ແລະ ຄວາມສາມາດເຂັ້ມແຂງທີ່ ໃນການກໍ່ສ້າງທາງລົດໄຟ, ມາເລເຊຍ ແລະ ຈີນມີໂຄງການຮ່ວມມືທາງລົດໄຟຫຼາຍໂຄງການໃນອະດີດ ເຊິ່ງລວມທັງແຜນການທາງລົດໄຟແຄມຝັ່ງທະເລຕາເວັນອອກ.


ຕາມແຜນການເດີມ, ທາງລົດໄຟຄວາມໄວສູງສິງກະໂປ-ກົວລາລຳເປີລົງມືກໍ່ສ້າງໃນປີ 2018, ແຕ່ມາເລເຊຍໄດ້ປ່ຽນຄະນະລັດຖະບານຫຼາຍຊຸດ ເຊິ່ງເຮັດໃຫ້ໂຄງການດັ່ງກ່າວຖືກແກ່ຍາວເວລາອອກໄປຫຼາຍເທື່ອ. ວັນທີ 1 ມັງກອນປີ 2021, ສິງກະໂປ ແລະ ມາເລເຊຍໄດ້ຕົກລົງໂຈະແຜນການດັ່ງກ່າວຢ່າງເປັນທາງການ.