ຈີນເລີ່ມປະຕິບັດແຜນການຖ້ຽວບິນລະດູຮ້ອນ ແລະ ລະດູໃບໄມ້ຫຼົ່ນປີ 2023 ນັບແຕ່ວັນທີ 26 ມີນານີ້ເປັນຕົ້ນໄປ

2023-03-27 11:00:42 CRI

ນັບແຕ່ວັນທີ 26 ມີນານີ້ເປັນຕົ້ນໄປ, ຈີນເລີ່ມປະຕິບັດແຜນການຖ້ຽວບິນລະດູຮ້ອນ ແລະ ລະດູໃບໄມ້ຫຼົ່ນປີ 2023 ແລະ ຈະແກ່ຍາວເວລາໄປຮອດວັນທີ 28 ຕຸລາປີ 2023.


ໃນໄລຍະນີ້, ບໍລິສັດການບິນທັງພາຍໃນ ແລະ ຕ່າງປະເທດ 169 ແຫ່ງໄດ້ວາງແຜນຈັດສັນຖ້ຽວບິນໂດຍສານ ແລະ ຖ້ຽວບິນສິນຄ້າ 117.222 ຖ້ຽວ ແລະ ຖ້ຽວບິນໂດຍສານສາກົນຈະເພີ່ມຂຶ້ນຢ່າງຈະແຈ້ງເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.


ຈຸດພິເສດພົ້ນເດັ່ນຢ່າງໜຶ່ງຂອງການບິນໃນລະດູຮ້ອນແລະລະດູໃບໄມ້ຫຼົ່ນປີນີ້ແມ່ນ ຖ້ຽວບິນສາກົນ ແລະ ຖ້ຽວບິນຈາກແຜ່ນດິນໃຫຍ່ໄປຫາເຂດຮົງກົງ, ມາເກົາ ແລະ ໄຕ້ຫວັນໄດ້ຟື້ນຟູຄືນຢ່າງຈະແຈ້ງ. ໂດຍສະເພາະແລ້ວ, ແມ່ນຖ້ຽວບິນໄປຫາຈຸດໝາຍປາຍທາງການທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມຕ່າງໆ ເຊັ່ນ: ອາຊີຕາເວັນອອກສຽງໃຕ້, ອົສຕຣາລີ ແລະ ນູແວນເຊລັງເປັນຕົ້ນໄດ້ຟື້ນຟູຄືນອ່າວໄວ.

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ