ທ່ານສິນກາງພົບປະກັບເລຂາທິການໃຫຍ່ອາຊຽນ

2023-03-28 11:02:30 CRI

ວັນທີ 27 ມີນານີ້, ຢູ່ນະຄອນຫຼວງປັກກິ່ງ, ທ່ານສິນກາງ ທີ່ເປິກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ພົບປະກັບທ່ານກາວກິມຮູນ ເລຂາທິການໃຫຍ່ອາຊຽນ.


ທ່ານສິນກາງກ່າວວ່າ, ປີນີ້ແມ່ນປີທີ່ທ່ານສີຈິ້ນຜິງ ປະທານປະເທດຈີນສະເໜີການສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຊຽນທີ່ແໜ້ນແຟ້ນກວ່າເກົ່າຄົບຮອບ 10 ປີ. ຈີນຍິນດີຮ່ວມກັນກັບອາຊຽນ, ເສີມຂະຫຍາຍຈຸດປະສົງແລະຫຼັກການຂອງກົດບັດອົງການສະຫະປະຊາຊາດ ແລະ ຈິດໃຈ “ສົນທິສັນຍາໄມຕີຈິດແລະການຮ່ວມມືໃນພາກພື້ນອາຊີຕາເວັນອອກສຽງໃຕ້”, ຮ່ວມກັນປົກປັກຮັກສາລະບຽບການພາກພື້ນ. ຈີນສະແດງຄວາມຊົມເຊີຍຕໍ່ 10 ປະເທດສະມາຊິກອາຊຽນທີ່ເຂົ້າເປັນສະມາຊິກ “ໜ່ວຍເພື່ອນມິດຂອງຂໍ້ລິເລີ່ມວ່າດ້ວຍການພັດທະນາທົ່ວໂລກ”, ຍິນດີຊຸກຍູ້ໃຫ້ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ດຳເນີນການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດກັບຂົງເຂດບຸລິມະສິດໃນການຈ້ອງມອງອິນໂດ-ປາຊີຟິກຂອງອາຊຽນ.


ທ່ານກາວກິມຮູນກ່າວວ່າ, ຈີນແມ່ນເພື່ອນມິດທີ່ດີຂອງອາຊຽນ, ອາຊຽນຍິນດີຮ່ວມກັນກັບຈີນເລັ່ງລັດການເຈລະຈາກ່ຽວກັບເຂດການຄ້າເສລີ 3.0, ເລັ່ງການເປິກສາຫາລືກ່ຽວກັບ “ກົດແຫ່ງການປະພຶດຢູ່ທະເລຈີນໃຕ້”, ຮ່ວມກັນປົກປັກຮັກສາຄວາມໝັ້ນຄົງຂອງພາກພື້ນ ແລະ ຊຸກຍູ້ຄວາມຈະເລີນຮຸ່ງເຮືອງຮ່ວມກັນຂອງພາກພື້ນ.