ທ່ານມາຢິ່ງຈິວ ພ້ອມດ້ວຍຄະນະເດີນທາງເຖິງຈີນແຜ່ນດິນໃຫຍ່ຈີນ

2023-03-28 16:01:08 cri


ຕອນບ່າຍວັນທີ 27 ມີນາ 2023, ທ່ານນ໋າຢິ່ງຈິວ ພ້ອມດ້ວຍຄະນະຈາກໄຕ້ຫວັນເດີນທາງເຖິງນະຄອນຊຽງໄຮ້, ແລະ ນະຄອນນານກິ່ງ. ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຫ້ອງການວຽກງານໄຕ້ຫວັນຂອງສູນກາງພັກຄອມມູນິດຈີນ ແລະ ຄະນະພັກນະຄອນຊຽງໄຮ້ອອກໄປຕ້ອນຮັບຢູ່ສະໜາມບິນ.

ຕາມຂ່າວແຈ້ງວ່າ, ທ່ານມ໋າຢິ່ງຈິວມາແຜ່ນດິນໃຫຍ່ຈີນເທື່ອນີ້ແມ່ນເພື່ອໄຫວ້ບັນພະບຸລຸດ ແລະ ໄປທັດສະນາຈອນແຫ່ງຕ່າງໆ, ພ້ອມກັນນັ້ນຈະພານັກຮຽນຊາວໜຸ່ມໄຕ້ຫວັນແລກປ່ຽນກັບນັກຮຽນແຜ່ນດິນໃຫຍ່ຈີນ, ທ່ານນ໋າຢິ່ງຈິວພ້ອມດ້ວຍຄະນະຈະໄປຢ້ຽມຢາມນະຄອນນານກິ່ງ, ນະຄອນອູຮັ້ນ, ນະຄອນສາງຊ່າ, ນະຄອນຈຸ່ງກິ່ງ, ນະຄອນຊຽງໄຮ້ ແລະ ອື່ນໆ.