ກອງປະຊຸມປະຈຳປີ 2023 ຂອງເວທີເປິກສາຫາລືອາຊີໂປອາວໄດ້ກຽມຄວາມພ້ອມທຸກປະການ

2023-03-28 10:52:35 CRI

ກອງປະຊຸມປະຈຳປີ 2023 ຂອງເວທີເປິກສາຫາລືອາຊີໂປອາວຈະຈັດຂຶ້ນລະຫວ່າງວັນທີ 28 ຫາ 31 ມີນານີ້, ປັດຈຸບັນ, ໄດ້ກຽມຄວາມພ້ອມດ້ວຍວຽກງານທຸກປະການແລ້ວ.


ຫົວຂໍ້ຂອງກອງປະຊຸມປີນີ້ແມ່ນ “ໂລກທີ່ບໍ່ແນ່ນອນ: ສາມັກຄີແລະຮ່ວມມືກັນເພື່ອຮັບມືກັບສິ່ງທ້າທາຍ, ເປີດປະຕູສູ່ພາຍນອກ ແລະ ເຊື່ອມໂຍງເຂົ້າຫາກັນ ເພື່ອຊຸກຍູ້ການພັດທະນາ”, ຈະມີແຂກຜູ້ມີກຽດເກືອບ 2.000 ທ່ານຈາກ 50 ກວ່າປະເທດ ແລະ ເຂດແຄວ້ນເຂົ້າຮ່ວມ. ກອງປະຊຸມທີ່ຈະດຳເນີນເປັນເວລາ 4 ວັນ ໄດ້ຈັດເວທີເປິກສາຫາລືຍ່ອຍ, ກອງປະຊຸມໂຕະມົນ ແລະ ກອງປະຊຸມຖະແຫຼງຂ່າວເກືອບ 50 ຄັ້ງ ເຊິ່ງມີເນື້ອໃນທີ່ກ່ຽວພັນເຖິງ “ໜຶ່ງແລວໜຶ່ງເສັ້ນທາງ”, ການຫັນເປັນທັນສະໄໝແບບຈີນ, ການຮ່ວມມືໃນພາກພື້ນອາຊີ, ການຈ້ອງມອງເສດຖະກິດໂລກ, ການຈ້ອງມອງການເມືອງພູມີພາກທົ່ວໂລກ ແລະ ດ້ານອື່ນໆ.