ນາຍົກລັດຖະມົນຕີ 5 ປະເທດ ຈະເຂົ້າຮ່ວມກອງປະຊຸມປະຈຳປີ 2023 ຂອງເວທີເປິກສາຫາລືອາຊີໂປອາວ

2023-03-28 10:50:56 CRI

ວັນທີ 27 ມີນານີ້, ທ່ານນາງມາວນິງ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ທ່ານຫຼີສຽງ ນາຍົກລັດຖະມົນຕີຈີນຈະເຂົ້າຮ່ວມ ແລະ ກ່າວຄຳປາໄສໃນພິທີໄຂກອງປະຊຸມປະຈຳປີ 2023 ຂອງເວທີເປິກສາຫາລືອາຊີໂປອາວ ທີ່ຈະຈັດຂຶ້ນຢູ່ແຂວງໄຫຫຼຳຈີນໃນວັນທີ 30 ມີນານີ້ຕາມການເຊື້ອເຊີນ.


ທ່ານລີຊຽນລົງ ນາຍົກລັດຖະມົນຕີສິງກະໂປ, ທ່ານອັນວາ ອິບຣາຮິມ ນາຍົກລັດຖະມົນຕີມາເລເຊຍ, ທ່ານເປໂດຣ ຊັນເຊສ ນາຍົກລັດຖະມົນຕີແອສປາຍ, ທ່ານປາທຣິກ ອາຈີ ນາຍົກລັດຖະມົນຕີກົດດີວົວ ແລະ ທ່ານນາງຄຣິສຕາລີ ຈໍສຈີວາ ຜູ້ອຳນວຍການໃຫຍ່ອົງການກອງທຶນເງິນຕາສາກົນ ຫຼື IMF ຈະເຂົ້າຮ່ວມກອງປະຊຸມປະຈຳປີຄັ້ງນີ້ຕາມການເຊື້ອເຊີນ.


ທ່ານນາຍົກລັດຖະມົນຕີຫຼີສຽງໄດ້ເຊື້ອເຊີນທ່ານລີຊຽນລົງ ນາຍົກລັດຖະມົນຕີສິງກະໂປ, ທ່ານອັນວາ ອິບຣາຮິມ ນາຍົກລັດຖະມົນຕີມາເລເຊຍ, ທ່ານເປໂດຣ ຊັນເຊສ ນາຍົກລັດຖະມົນຕີແອສປາຍ ແລະ ທ່ານປາທຣິກ ອາຈີ ນາຍົກລັດຖະມົນຕີກົດດີວົວຢ້ຽມຢາມຈີນຢ່າງເປັນທາງການພ້ອມໆກັບການເຂົ້າຮ່ວມກອງປະຊຸມປະຈຳປີຄັ້ງນີ້.