ຫ້ອງການຖະແຫຼງຂ່າວຂອງຄະນະລັດຖະບານຈີນເຜີຍແຜ່ “ບົດລາຍງານກ່ຽວກັບອາເມຣິກາລະເມີດສິດທິມະນຸດປະຈຳປີ 2022”

2023-03-28 16:00:18 cri


ວັນທີ 28 ມີນາ 2023, ຫ້ອງການຖະແຫຼງຂ່າວຂອງຄະນະລັດຖະບານຈີນໄດ້ເຜີຍແຜ່ “ບົດລາຍງານກ່ຽວກັບອາເມຣິກາລະເມີດສິດທິມະນຸດປະຈຳປີ 2022”, ໂດຍໄດ້ເປີດເຜີຍຄວາມຈິງກ່ຽວກັບອາເມຣິກາລະເມີດສິດທິມະນຸດ.

ບົດລາຍງານໄດ້ວິເຄາະສະພາບການສິດທິມະນຸດຂອງອາເມຣິກາໃນປັດຈຸບັນຈາກຫຼາຍດ້ານເຊັ່ນ: ລະບຽບການປົກປ້ອງສິດຂອງປະຊາຊົນອາເມຣິກາເສຍບົດບາດຢ່າງໜັກໜ່ວງ, ການຈຳແນກເຊື້ອຊາດຜິວພັນ  ແລະ ຄວາມບໍ່ສະເໝີພາບກັນນັບມື້ນັບຮຸນແຮງຂຶ້ນ; ການດຳລົງຊີວິດຂັ້ນພື້ນຖານຂອງປະຊາຊົນອາເມຣິກາເກີດວິກິດການທີ່ໜັກໜ່ວງກວ່າເກົ່າ ແລະ ດ້ານອື່ນໆ.

ບົດລາຍງານລະບຸວ່າ: ປີ 2022 ແມ່ນສິດທິມະນຸດຂອງອາເມຣິກາເສື່ອມໂຊມທີ່ມີລັກສະນະເປັນຂີດໝາຍ. ບົດລາຍງານຊີ້ໃຫ້ເຫັນວ່າ: ອາເມຣິກາແມ່ນປະເທດທີ່ນິຍາມດ້ວຍຫົວກຳລັງຮຸນແຮງສຸດຂົ້ວ, ປະຊາຊາດປະເຊີນກັບໄພຄຸກຄາມຈາກການກໍ່ອາຊະຍະກຳດ້ວຍຄວາມຮຸນແຮງ ແລະ ການປະຕິບັດກົດໝາຍດ້ວຍຄວາມຮຸນແຮງ, ຄວາມປອດໄພຂອງປະຊາຊົນບໍ່ມີຄວາມຮັບປະກັນ; ບົດລາຍງານສະແດງໃຫ້ເຫັນວ່າ, ປະຊາທິປະໄຕແບບອາເມຣິກາໄດ້ເສຍພື້ນຖານດ້ານຈິດໃຈປະຊາຊົນແລ້ວ; ບົດລາຍງານເນັ້ນໜັກວ່າ: ລັດທິຊາດນິຍົມຂອງອາເມຣິການັບມື້ນັບຮຸນແຮງກວ່າເກົ່າ, ຊົນເຜົ່າສ່ວນໜ້ອຍຖືກດູໝິ່ນຢ່າງກວ້າງຂວາງ, ສະພາບການດຳລົງຊີວິດຂອງເດັກນ້ອຍເປັນຕາຫ່ວງໃຍຫຼາຍ. ບົດລາຍງານເຫັນວ່າ: ນັກການເມືອງອາເມຣິກາໄດ້ເສຍຄວາມປາດຖະໜາ ແລະ ຂາດຄວາມສາມາດທີ່ປົກປັກຮັກສາສິດຂັ້ນພື້ນຖານຂອງປະຊາຊົນ, ບໍ່ມີຄວາມສາມາດແກ້ໄຂບັນຫາສິດທິມະນຸດຂອງໂຕເອງເຊິ່ງເໝືອນດັ່ງມະເຮັ່ງທາງສັງຄົມທີ່ມີລັກສະນະເປັນອົງປະກອບ, ໄດ້ກາຍເປັນຜູ້ກໍ່ເຫດ ແລະ ຜູ້ສະກັດກັ້ນການພັດທະນາສິດທິມະນຸດຂອງໂລກ.