CGTN ເຜີຍແຜ່ລະບົບຟິມສາລະຄະດີສູ່ທົ່ວໂລກ ເພື່ອແນະນຳລະບອບປະຊາທິປະໄຕຂອງຈີນ

2023-03-28 11:19:11 CRI

ລະຫວ່າງວັນທີ 22-23 ມີນານີ້, ໂທລະພາບ CGTN ຂອງວິທະຍຸແລະໂທລະພາບສູນກາງຈີນ ຫຼື CMG ໄດ້ເຜີຍແຜ່ລະບົບຟິມສາລະຄະດີ ທີ່ມີຫົວຂໍ້ວ່າ “ປະຊາທິປະໄຕ ຂອງປະຊາຊົນ” ແລະ “ປະຊາທິປະໄຕ: ຄຸນຄ່າຮ່ວມຂອງມວນມະນຸດ” ເພື່ອຊີ້ແຈງເນື້ອໃນ ແລະຈຸດພິເສດຂອງປະຊາທິປະໄຕປະຊາຊົນທົ່ວຂະບວນການຂອງຈີນ ແລະ ຄວາມໝາຍທີ່ສຳຄັນຂອງປະຊາທິປະໄຕໃນຖານະເປັນຄຸນຄ່າຮ່ວມຂອງມວນມະນຸດ ຢ່າງຮອບດ້ານ.

ຟິມສາລະຄະດີສອງເລື່ອງດັ່ງກ່າວໄດ້ເນັ້ນໜັກຈາກແງ່ມຸມທີ່ຕ່າງກັນວ່າ: ຢູ່ໃນໂລກນີ້ ບໍ່ມີຮູບແບບປະຊາທິປະໄຕຢ່າງໜຶ່ງທີ່ເໝາະສຳລັບນຳໃຊ້ໂດຍທົ່ວໄປ, ການທີ່ເລືອກໃຊ້ລະບອບປະຊາທິປະໄຕແບບໃດ ຕ້ອງຖືສະພາບແຫ່ງຊາດຂອງປະເທດນັ້ນໆເປັນສຳຄັນ. ຈຸດໝາຍຂອງປະຊາທິປະໄຕໃນທີ່ສຸດຄວນແມ່ນເຮັດໃຫ້ປະຊາຊົນມີຄວາມຜາສຸກເພີ່ມຂຶ້ນໃນຊີວິດປະຈຳວັນ, ເຮັດໃຫ້ປະຊາຊົນມີກຽດສັກສີ ແລະ ຮູ້ສຶກມີຄຸນຄ່າປະຈຳໂຕ, ປະຊາທິປະໄຕແບບນີ້ ຈຶ່ງແມ່ນປະຊາທິປະໄຕທີ່ແທ້ຈິງ ແລະ ເປັນປະຊາທິປະໄຕທີ່ມວນມະນຸດສະແຫວງຫາຮ່ວມກັນ.

ຟິມສາລະຄະດີສອງເລື່ອງດັ່ງກ່າວໄດ້ເຜີຍແຜ່ສູ່ໂລກແລ້ວໄດ້ກາຍເປັນປະເດັນຮ້ອນໃນຜູ້ຊົມທັງພາຍໃນແລະຕ່າງປະເທດ, ພາຍຫຼັງເຜີຍແຜ່ໄດ້ 72 ຊົ່ວໂມງກໍມີຜູ້ເປີດເຂົ້າອ່ານຫຼາຍກວ່າ 17 ລ້ານຄົນ, ເຂົ້າເບິ່ງວີດີໂອມີ 1.535.000 ຄົນ, ເນື້ອໃນຂອງຟິມຖືກສື່ອອນລາຍສຳຄັນ  817 ແຫ່ງຂອງ 20 ປະເທດ ແລະ ເຂດແຄວ້ນນຳໄປເຜີຍແຜ່ຕໍ່.