ຈີນຈະເລີ່ມຟື້ນຟູການອະນຸມັດຄະນະແລກປ່ຽນວັດທະນະທຳແລະການທ່ອງທ່ຽວໄປຢ້ຽມຢາມຕ່າງປະເທດ ແລະ ເຂົ້າມາຢ້ຽມຢາມຈີນນັບແຕ່ວັນທີ 1 ເມສາໜ້ານີ້ເປັນຕົ້ນໄປ

2023-03-28 10:51:44 CRI

ວັນທີ 27 ມີນານີ້, ກະຊວງວັດທະນະທຳແລະທ່ອງທ່ຽວຈີນອອກແຈ້ງການວ່າ: ເພື່ອຈັດຕັ້ງປະຕິບັດມະຕິຂອງສູນກາງພັກ ແລະ ຄະນະລັດຖະບານຈີນ, ຮັບໃຊ້ການພັດທະນາດ້ານເສດຖະກິດສັງຄົມໃຫ້ດີກວ່າເກົ່າ ແລະ ຊຸກຍູ້ກິດຈະກຳແລກປ່ຽນດ້ານວັດທະນະທຳແລະການທ່ອງທ່ຽວໃຫ້ຟື້ນຟູໂດຍໄວ, ໂດຍອີງຕາມຄວາມຮຽກຮ້ອງຕ້ອງການດ້ານວຽກງານທີ່ກ່ຽວຂ້ອງກັບກົນໄກຮ່ວມກັນປ້ອງກັນແລະຄວບຄຸມການແພ່ລະບາດຂອງພະຍາດໂຄວິດ-19 ຂອງລັດຖະບານຈີນ ແລະ ຜ່ານການຄົ້ນຄວ້າແລ້ວຕົກລົງວ່າ, ນັບແຕ່ວັນທີ 1 ເມສາ 2023 ເປັນຕົ້ນໄປ, ພາກສ່ວນບໍລິຫານວັດທະນະທຳແລະການທ່ອງທ່ຽວທຸກຂັ້ນຈະຟື້ນຟູການອະນຸມັດຄະນະແລກປ່ຽນວັດທະນະທຳແລະການທ່ອງທ່ຽວໄປຢ້ຽມຢາມຕ່າງປະເທດ ແລະ ເຂົ້າມາຢ້ຽມຢາມຈີນ ໂດຍອີງຕາມຄວາມຮຽກຮ້ອງຕ້ອງການດ້ານການເຮັດວຽກ.