ທ່ານຫຼີສຽງພົບປະກັບຜູ້ຕາງໜ້າຕ່າງປະເທດທີ່ເຂົ້າຮ່ວມກອງປະຊຸມເວທີເປິກສາຫາລືຂັ້ນສູງກ່ຽວກັບການພັດທະນາຂອງຈີນ 2023

2023-03-28 14:15:41 cri


ຕອນບ່າຍວັນທີ 27 ມີນາ 2023, ທ່ານຫຼີສຽງ ນາຍົກລັດຖະມົນຕີຈີນໄດ້ພົບປະ ແລະ ໂອ້ລົມກັບຜູ້ຕາງໜ້າຕ່າງປະເທດທີ່ເຂົ້າຮ່ວມກອງປະຊຸມເວທີເປິກສາຫາລືຂັ້ນສູງກ່ຽວກັບການພັດທະນາຂອງຈີນ 2023 ຢູ່ນະຄອນຫຼວງປັກກິ່ງ.

ທ່ານຫຼີສຽງ ເນັ້ນໜັກວ່າ: ໃນໄລຍະ 10 ປີຜ່ານມາ, ເສດຖະກິດຈີນໄດ້ພັດທະນາຢ່າງໝັ້ນທ່ຽງມາໂດຍຕະຫຼອດ, ໄດ້ສ້າງຄວາມແນ່ນອນໃຫ້ແກ່ສັນຕິພາບ ແລະ ການພັດທະນາຂອງໂລກນັບມື້ນັບຫຼາຍຂຶ້ນ. ໃນອະນາຄົດ, ປະເທດຈີນຈະພະຍາຍາມບັນລຸໃຫ້ເສດຖະກິດພັດທະນາທີ່ມີຄຸນນະພາບສູງກວ່າເກົ່າ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີກວ່າເກົ່າ. ບໍ່ວ່າສະພາບການສາກົນຈະປ່ຽນແປງໄປແນວໃດກໍຕາມ, ຈີນຈະຍຶດໝັ້ນເປີດກວ້າງການເປີດປະຕູສູ່ພາຍນອກ. ຈີນຍິນດີຮ່ວມກັບຝ່າຍຕ່າງໆ, ຂຽນປະຫວັດສາດໜ້າໃໝ່ດ້ານການຮ່ວມມືແບບເປີດປະຕູສູ່ພາຍນອກ, ແລະຕ່າງຝ່າຍຕ່າງມີຜົນປະໂຫຍດ.

ຜູ້ຕາງໜ້າຕ່າງປະເທດທີ່ເຂົ້າຮ່ວມກອງປະຊຸມກ່າວວ່າ, ຜົນງານທີ່ປະເທດຈີນໄດ້ຮັບກໍຄືຜົນງານທີ່ໄດ້ຮັບຂອງວິສາຫະກິດຂ້າມຊາດຂອງໂລກ. ເຊື່ອໝັ້ນວ່າປະເທດຈີນຈະສືບຕໍ່ເປີດກວ້າງການເປີດປະຕູສູ່ພາຍນອກ, ສ້າງການປະກອບສ່ວນທີ່ສຳຄັນເຂົ້າໃນການພັດທະນາເສດຖະກິດໂລກ, ແລະເຊື່ອໝັ້ນວ່າປະເທດຈີນຈະມີອະນາຄົດທີ່ສະຫງ່າງາມ.