“ປະເທດຈີນດຽວ” ແມ່ນຄວາມປາຖະໜາຂອງປະຊາຊົນ ແລະ ຖືກຕ້ອງກັບກະແສຂອງຍຸກສະໄໝ

2023-03-28 16:44:40 CRI

ຫວ່າງມໍ່ໆມານີ້, ທ່ານນາງຮວ້າຊຸນຢິງ ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ພິມຂໍ້ຄວາມໃນທະວິດເຕີວ່າ, “182 vs 13 (ໝາຍຄວາມວ່າ:ມາຮອດປັດຈຸບັນ, ມີ 182 ປະເທດໄດ້ສ້າງຕັ້ງສາຍພົວພັນທາງການທູດກັບຈີນ. ຂະນະທີ່ການສ້າງຕັ້ງສາຍພົວພັນທາງການທູດກັບເຂດໄຕ້ຫວັນຍັງເຫຼືອພຽງແຕ່ 13 ປະເທດເທົ່ານັ້ນ) ນີ້ແມ່ນຄວາມປາຖະໜາຂອງຄົນທົ່ວໄປໃນທົ່ວໂລກ ແລະ ກໍຖືກຕ້ອງກັບກະແສຂອງຍຸກສະໄໝ”. ມີຊາວເນັດຕ່າງປະເທດໂພດຄວາມເຫັນຢູ່ລຸ່ມວ່າ: ເໝືອນດັ່ງຄຳເວົ້າຂອງທ່ານມາຕິນ ລູເດີ ຄິງວ່າ, ເສັ້ນໂຄ້ງໃນໂລກແຫ່ງສິນທຳຍາວຫຼາຍ, ແຕ່ມັນກໍຕ້ອງໂຄ້ງໄປຫາຄວາມເປັນທຳ.


ວັນທີ 25 ມີນານີ້ຕາມເວລາທ້ອງຖິ່ນ, ກະຊວງການຕ່າງປະເທດຮົງດູຣັດອອກຖະແຫຼງການ ໂດຍໄດ້ປະກາດຕັດ “ສາຍພົວພັນທາງການທູດ” ກັບໄຕ້ຫວັນຈີນຢ່າງເປັນທາງການ. ດັ່ງເນື້ອໃນທີ່ລະບຸໄວ້ໃນຖະແຫຼງການຂອງຮົງດູຣັດວ່າ, ໃນໂລກນີ້ມີແຕ່ປະເທດຈີນດຽວ, ສປ ຈີນແມ່ນລັດຖະບານຊອບກົດໝາຍພຽງໜຶ່ງດຽວທີ່ຕາງໜ້າປະເທດຈີນ, ໄຕ້ຫວັນເປັນດິນແດນສ່ວນໜຶ່ງທີ່ຕັດແຍກອອກບໍ່ໄດ້ຂອງຈີນ. ນີ້ແມ່ນສະພາບຕົວຈິງທາງປະຫວັດສາດ ແລະ ນິຕິກຳ ແລະ ກໍແມ່ນຫຼັກການພື້ນຖານໃນການພົວພັນສາກົນ ທີ່ຮັບຮູ້ໂດຍທົ່ວໄປ.


ຮົງດູຣັດ “ຕັດສາຍພົວພັນທາງການທູດ” ກັບໄຕ້ຫວັນຈີນ, ອັນທີ່ເອີ້ນວ່າ “ສາຍພົວພັນທາງການທູດ” ທີ່ມີມາເປັນເວລາ 82 ປີໄດ້ສິ້ນສຸດລົງ ເຊິ່ງພິສູດໃຫ້ເຫັນອີກເທື່ອໜຶ່ງວ່າ, “ປະເທດຈີນດຽວ” ແມ່ນຄວາມຮັບຮູ້ໂດຍທົ່ວໄປຂອງປະຊາຄົມໂລກ, ແມ່ນຄວາມປາຖະໜາຂອງຄົນທົ່ວໄປ ແລະ ຖືກຕ້ອງກັບກະແສຂອງຍຸກສະໄໝ. ນັບແຕ່ນາງໄຊ້ຢິງເວີນຂຶ້ນດຳລົງຕຳແໜ່ງຜູ້ນຳສູງສຸດຂອງເຂດໄຕ້ຫວັນໃນປີ 2016 ເປັນຕົ້ນມາ, ມີ 9 ປະເທດໄດ້ຕັດ “ສາຍພົວພັນທາງການທູດ” ກັບໄຕ້ຫວັນຕາມໆກັນ ຄື: ຊາວໂຕເມແລະແຟຣງຊິບ (ປີ 2016), ປານາມາ (ປີ 2017), ໂດມີນິກ (ປີ 2018), ບູກີນາຟາໂຊ (ປີ 2018), ແອນ ຊານວາດໍ (ປີ 2018), ໝູ່ເກາະໂຊໂລມອນ (ປີ 2019), ກີຣີບາຕີ (ປີ 2019), ນີກາລາກວາ (ປີ 2021) ແລະ ຮົງດູຣັດ (ປີ 2023).


ປະເທດສ່ວນໃຫຍ່ລ້ວນແຕ່ຢາກສ້າງສາຍພົວພັນທີ່ດີກັບຈີນ, ນີ້ແມ່ນຜົນຕາມມາໂດຍທຳມະຊາດທີ່ເກີດຂຶ້ນຈາກການທີ່ຈີນໄດ້ສ້າງຜົນປະໂຫຍດໃຫ້ແກ່ໂລກ ດ້ວຍການພັດທະນາຂອງຕົນເອງ. ໃນຫຼາຍປີມໍ່ໆມານີ້, ຈີນໄດ້ສ້າງຕັ້ງ ຫຼື ຟື້ນຟູສາຍພົວພັນທາງການທູດກັບຫຼາຍປະເທດໃນທະວີບອາເມຣິກາລາຕິນ, ຕັ້ງໜ້າຊຸກຍູ້ການຮ່ວມມືຕົວຈິງລະຫວ່າງສອງຝ່າຍ ເຊິ່ງໄດ້ນຳເອົາຄວາມຜາສຸກຕົວຈິງມາໃຫ້ແກ່ປະຊາຊົນຂອງປະເທດທີ່ກ່ຽວຂ້ອງ. ເໝືອນດັ່ງຄຳເວົ້າຂອງລັດຖະມົນຕີກະຊວງການຕ່າງປະເທດຮົງດູຣັດທີ່ວ່າ: “ໂລກພວມຂະຫຍາຍໄປສູ່ທິດທາງນີ້ໂດຍຕະຫຼອດ. ນະໂຍບາຍຕ່າງປະເທດຂອງຮົງດູຣັສຄວນສະແຫວງຫາການສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນ. ພວກເຮົາເຊື່ອໝັ້ນວ່າ, ການສ້າງຕັ້ງສາຍພົວພັນທາງການທູດກັບຈີນ ຈະສ້າງຜົນປະໂຫຍດໃຫ້ແກ່ປະເທດຊາດ.” ປະເທດແອນ ຊານວາດໍ ທີ່ເປັນປະເທດໃກ້ຄຽງຮົງດູຣັດໄດ້ສ້າງຕັ້ງສາຍພົວພັນທາງການທູດກັບຈີນໃນ 5 ປີກ່ອນ ເຊິ່ງໄດ້ເກີດມີການປ່ຽນແປງແບບໜ້າມືເປັນຫຼັງມືໃນການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ການພັດທະນາເສດຖະກິດສັງຄົມ, ເອກອັກຄະລັດຖະທູດແອນຊານວາດໍປະຈຳຈີນໄດ້ສະແດງຄວາມຍ້ອງຍໍສັນລະເສີນຕໍ່ເອກະລັກພິເສດດ້ານວັດທະນະທຳ, ທັດສະນະຄະຕິທາງການເມືອງ ແລະ ຄ່ານິຍົມຂອງຈີນໃນລະດັບສູງ.


ຊາວເນັດຈຳນວນບໍ່ໜ້ອຍກໍໄດ້ຕີລາຄາວ່າ, ນີ້ແມ່ນ “ຖືກຕ້ອງກັບກະແສຂອງຍຸກສະໄໝ”, “ເປັນວິວັດການອັນຈຳເປັນທາງປະຫວັດສາດ” ແລະ ກ່າວວ່າ, “ຢືນຢູ່ຝ່າຍຂອງສ່ວນຫຼາຍທີ່ສຸດໃນໂລກ, ຮົງດູຣັດເຮັດຖືກແລ້ວ”. ຝ່າຍໜຶ່ງແມ່ນ 181+1=182, ອີກຝ່າຍໜຶ່ງແມ່ນ 14-1=13. ທັງໝົດເຫຼົ່ານີ້ສະແດງໃຫ້ເຫັນອີກເທື່ອໜຶ່ງວ່າ, ປະຊາຄົມໂລກໄດ້ຮັບຮູ້ຕໍ່ຫຼັກການປະເທດຈີນດຽວນັບມື້ນັບຫຼາຍຂຶ້ນ, ນີ້ແມ່ນຄວາມປາຖະໜາຂອງຄົນທົ່ວໄປ ແລະ ຖືກຕ້ອງກັບກະແສຂອງຍຸກສະໄໝ.