ພູໄຟອານັກ ກຣາກາຕາວຂອງອິນໂດເນເຊຍພົ່ນເຖົ່າຖ່ານອອກມາຫຼາຍເທື່ອ

2023-03-29 14:42:23 CRI

ອົງການບັນເທົາໄພພິບັດຈາກພູໄຟແລະທໍລະນີສາດຂອງອິນໂດເນເຊຍລາຍງານໃຫ້ຮູ້ວ່າ, ວັນທີ 28 ມີນານີ້ຕາມເວລາທ້ອງຖິ່ນ, ພູໄຟອານັກ ກຣາກາຕາວຂອງອິນໂດເນເຊຍໄດ້ພົ່ນເຖົ່າຖ່ານອອກມາ 4 ເທື່ອ, ເຖົ່າຖ່ານທີ່ພົ່ນອອກມາແມ່ນສູງເຖິງ 2.500 ແມັດ. ອົງການປົກຄອງທ້ອງຖິ່ນໄດ້ຫ້າມບໍ່ໃຫ້ປະຊາຊົນເຂົ້າໄປໃນບໍລິເວນທີ່ໃກ້ກັບປາກພູໄຟ 5 ກິໂລແມັດ.