ເສີມສ້າງສີສັນໃຫ້ກັບຊີວິດທີ່ດີງາມດ້ວຍການບໍລິການວັດທະນະທຳສາທາລະນະ

2023-03-29 14:22:56 cri



   ສຳຜັດຄວາມງາມດ້ານການອ່ານແລະຄວາມມ່ວນຊື່ນຈາກການອ່ານຢູ່ຫ້ອງສະໝຸດໃນຕົວເມືອງ, ສາມາດໄດ້ຮັບການຝຶກອົບຮົມດ້ານສິລະປະວັດທະນະທຳໂດຍບໍ່ເສຍຄ່າຢູ່ໃກ້ບ້ານເຮືອນ, ຂໍພຽງແຕ່ມີໂທລະສັບມືຖືໜ່ວຍໜຶ່ງກໍຈະສາມາດຢືມປຶ້ມອ່ານທາງອິນເຕີເນັດໄດ້… ຊຸມປີຜ່ານມານີ້,ຢູ່ແຫ່ງຕ່າງໆຂອງຈີນໄດ້ຕອບສະໜອງຄວາມຮຽກຮ້ອງຕ້ອງການຊີວິດດ້ານວັດທະນະທຳຂອງປະຊາຊົນຢ່າງຕັ້ງໜ້າ, ໂດຍໄດ້ສະໜອງການບໍລິການຫຼາກຫຼາຍຮູບແບບທີ່ມີເອກະລັກສະເພາະຕົວຫຼາຍກວ່າເກົ່າ ເຊິ່ງເຮັດໃຫ້ທົ່ວສັງຄົມຮູ້ສຶກໄດ້ການເຂົ້າເຖິງວັດທະນະທຳເພີ່ມຂຶ້ນຢ່າງຕໍ່ເນື່ອງ.


   ການກໍ່ສ້າງລະບົບການບໍລິການວັດທະນະທຳສາທາລະນະໃນຍຸກປັດຈຸບັນໄດ້ຮອງຮັບຄວາມປາດຖະໜາຂອງປະຊາຊົນທີ່ຢາກມີຊີວິດການເປັນຢູ່ທີ່ດີງາມ. ບົດລາຍງານການເມືອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ20ຂອງພັກກອມມູນິດຈີນໄດ້ກຳນົດໃຫ້ “ບູລະນະລະບົບການບໍລິການວັດທະນະທຳສາທາລະນະໃນຍຸກປັດຈຸບັນໃຫ້ສົມບູນຂຶ້ນ.” ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວເນັ້ນໜັກຫຼາຍເທື່ອວ່າ: “ບູລະນະລະບົບການບໍລິການວັດທະນະທຳສາທາລະນະໃນຍຸກປັດຈຸບັນໃຫ້ສົມບູນຂຶ້ນ, ປະຕິບັດໂຄງການວັດທະນະທຳທີ່ສ້າງຜົນປະໂຫຍດໃຫ້ກັບປະຊາຊົນຢ່າງປະດິດສ້າງ.”



   ພື້ນທີ່ວັດທະນະທຳສາທາລະນະເປັນເວທີອັນໜຶ່ງ, ການທີ່ເພີ່ມລັກສະນະປະສິດທິຜົນຕົວຈິງແລະລັກສະນະຖືກເປົ້າໝາຍຂອງການບໍລິການວັດທະນະທຳ ຈະສາມາດເຮັດໃຫ້ປະຊາຊົນຊົມໃຊ້ການບໍລິການຢູ່ໃກ້ບ້ານເຮືອນແລະມີສ່ວນຮ່ວມຢ່າງຕັ້ງໜ້າຫຼາຍກວ່າເກົ່າ. ໃນຊຸມປີຜ່ານມານີ້, ການແຂ່ງຂັນບານບ້ວງ, ການແຂ່ງຂັນຮ້ອງເພງພື້ນເມືອງ,ການແຂ່ງຂັນເຕັ້ນເອໂຣບິກ ແລະກິດຈະກຳວັດທະນະທຳທີ່ມີເອກະລັກພິເສດອັນໂດດເດັ່ນຂອງທ້ອງຖິ່ນໄດ້ດຳເນີນຂຶ້ນຢ່າງເປັນຂະບວນຟົດຟື້ນຢູ່ເຂດຊຸມຊົນຊົນນະບົດຫຼາຍແຫ່ງ. ໃນກິດຈະກຳເຫຼົ່ານີ້, ປະຊາຊົນບໍ່ພຽງແຕ່ເປັນຜູ້ຊົມວັດທະນະທຳເທົ່ານັ້ນ, ຍັງໄດ້ຂຶ້ນສະແດງຢູ່ເທິງເວທີໂດຍຫັນຈາກຜູ້ຊົມກາຍເປັນຕົວລະຄອນເອກ. ມີພຽງແຕ່ສ້າງເງືື່ອນໄຂເອື້ອອຳນວຍຫຼາຍກວ່າເກົ່າໃຫ້ແກ່ປະຊາຊົນໃນການສະແດງຕົນເອງ, ການສື່ສານແລກປ່ຽນກັນແລະການບັນເທິງດ້ານວັດທະນະທຳເທົ່ານັ້ນ, ການບໍລິການວັດທະນະທຳສາທາລະນະຈິ່ງຈະສາມາດເຊື່ອມສານເຂົ້າໃນຊີວິດປະຈຳວັນຂອງປະຊາຊົນໄດ້ດີກວ່າເກົ່າ.



   ໃນໄລຍະຜ່ານມາ, ການບໍລິການວັດທະນະທຳສາທາລະນະໄດ້ຖືກຈຳກັດຍ້ອນເງື່ອນໄຂດ້ານເວລາແລະພື້ນທີ່, ຂອບເຂດການປົກຄຸມກໍມີການຈຳກັດເຊັ່ນດຽວກັນ. ໄປຄຽງຄູ່ກັບການພັດທະນາດ້ານເຕັກນິກດິຈີຕອນ, ຂອດຫຍຸ້ງຍາກສຸດທ້າຍໃນການບໍລິການວັດທະນະທຳສາທາລະນະສຳລັບປະຊາຊົນຈິ່ງໄດ້ຮັບການແກ້ໄຂເທື່ອລະກ້າວ. ໂດຍອີງອາໄສການບໍລິການດິຈີຕອນປະເພດຕ່າງໆເຊັ່ນ: ເວທີວັດທະນະທຳສາທາລະນະແຫ່ງຊາດແບບອ໋ອນລາຍ, ຫໍສະໝຸດອັດສະລິຍະ, “ຫໍພິພິດທະພັນອ໋ອນລາຍ” ແລະ “ງານລາຕີສະຫຼອງບຸນກຸດຈີນບ້ານຊົນນະບົດແບບອ໋ອນລາຍ”ເປັນຕົ້ນ, ປະຊາຊົນໃນເຂດຊົນນະບົດແລະຕົວເມືອງສາມາດຮ່ວມກັນຊົມໃຊ້ຜະລິດຕະພັນວັດທະນະທຳດິຈີຕອນໄປພ້ອມກັນ.


 ບູລະນະລະບົບການບໍລິການວັດທະນະທຳສາທາລະນະໃນຍຸກປັດຈຸບັນໃຫ້ສົມບູນຂຶ້ນ, ຊຸກຍູ້ການບໍລິການວັດທະນະທຳສາທາລະນະໃຫ້ຫັນເປັນມາດຕະຖານແລະເຂົ້າເຖິງປະຊາຊົນຢ່າງສະໝ່ຳສະເໝີແບບຕໍ່ເນື່ອງ, ຍົກສູງອັດຕາການປົກຄຸມແລະລັກສະນະແທດເໝາະຂອງການບໍລິການວັດທະນະທຳສາທາລະນະຂັ້ນພື້ນຖານ, ສະໜອງອາຫານດ້ານຈິດໃຈທີ່ດີກວ່າເກົ່າໃຫ້ຫຼາຍຂຶ້ນກວ່າເກົ່າ, ຍ່ອມຈະສາມາດເຮັດໃຫ້ປະຊາຊົນຊົມໃຊ້ຊີວິດຈິດໃຈແລະວັດທະນະທຳທີ່ໜັກແໜ້ນກວ່າເກົ່າ,ອຸດົມສົມບູນກວ່າເກົ່າແລະມີຄຸນນະພາບສູງກວ່າເກົ່າໄດ້ຢ່າງແນ່ນອນ.